
This record is available in the original Lao. An English version is not available in the source archive.
ສານປະຊາຊົນສູງສຸດ ພ້ອມດວ້ຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຮ່ວມມືຈັດການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ, ແຂວງຈຳປາສັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຂວາງ ທະວີສັກ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ສົມພິດ ຊິນນິຈັກ, ປະທານສານປະຊາຊົນພາກໃຕ້ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA. ການເຝິກອົບຮົມໄດ້ເຕົ້າໂຮມເອົາບັນດາຜູ້ພິພາກສາ ຈຳນວນ 75 ທ່ານ, ຈາກທັງໝົດ 9 ແຂວງພາກກາງ ແລະ ໃຕ້, ລວມມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ການບັນຍາຍໃນຫົວຂໍ້ກ່ຽວກັບ ການຟອກເງິນ ແລະ ການກະທຳຜິດຕົ້ນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຂຽນຮ່າງຄຳຕັດສິນຂອງສານ ໄດ້ຖືກນຳສະເໜີໂດຍ […]
Archived ILSTA publication.
Historical archive: the text reflects the original publication and may describe laws, roles or opportunities as they stood at that time.
