Image from ILSTA’s original activity publication: ການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ
ຮູບພາບຈາກບົດຄວາມຕົ້ນສະບັບ

ສານປະຊາຊົນສູງສຸດ ພ້ອມດວ້ຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຮ່ວມມືຈັດການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ, ແຂວງຈຳປາສັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຂວາງ ທະວີສັກ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ສົມພິດ ຊິນນິຈັກ, ປະທານສານປະຊາຊົນພາກໃຕ້ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA.​ ການເຝິກອົບຮົມໄດ້ເຕົ້າໂຮມເອົາບັນດາຜູ້ພິພາກສາ ຈຳນວນ 75 ທ່ານ, ຈາກທັງໝົດ 9 ແຂວງພາກກາງ ແລະ ໃຕ້, ລວມມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ການບັນຍາຍໃນຫົວຂໍ້ກ່ຽວກັບ ການຟອກເງິນ ແລະ ການກະທຳຜິດຕົ້ນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຂຽນຮ່າງຄຳຕັດສິນຂອງສານ ໄດ້ຖືກນຳສະເໜີໂດຍ […]

ບົດຄວາມຈາກຄັງຂໍ້ມູນຂອງ ILSTA.

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.