ສະຖາບັນ ILSTA ຖືເປັນກຽດຕ້ອນຮັບຕາງຫນ້າຄະນະຂັ້ນສູງ ຈາກ ກະຊວງການເງິນ ແຫ່ງ ລາຊະອານະຈັກລຸກຊໍາບວກ ແລະ ກອງທຶນຊ່ວຍເຫຼືອ ຂອງກະຊວງການເງິນ ລຸກຊໍາບວກ ໃນວຽກງານການຕ້ານອາດຊະຍາກໍາໃນຮູບແບບສະເພາະ.

ໃນຊຸມປີຜ່ານມາ, ກະຊວງການເງິນ ແຫ່ງ ປະເທດລຸກຊໍາບວກ ຖືເປັນຄູ່ຮ່ວມອັນສໍາຄັນ ໃນການສະຫນັບສະຫນູນ ຄວາມພະຍາຍາມຂອງສະຖາບັນ ILSTA ໃນການຊ່ວຍເຫຼືອ ລັດຖະບານລາວເພື່ອ ບັນລຸເປົ້າຫມາຍການປະຕິບັດພັນທະວຽກງານຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມດຽວກັນນັ້ນ, ກອງທຶນຊ່ວຍເຫຼືອ ຂອງກະຊວງການເງິນ ລຸກຊໍາບວກ ໃນວຽກງານການຕ້ານອາດຊະຍາກໍາໃນຮູບແບບສະເພາະ ຍັງມີບົດບາດສໍາຄັນໃນການຊ່ວຍເຫຼືອ ຂໍ້ລິເລີ່ມຕົ້ນຕໍ ຂອງ ILSTA ໂດຍສະເພາະແມ່ນ ເປົ້າຫມາຍໃນການສົ່ງເສີມ ແລະ ການອໍານວຍໃຫ້ແກ່ການຮ່ວມມື ຂອງບັນດາອົງການໄອຍະການ ຢູ່ພາກພື້ນ.

ໃນລະຫວ່າງການພົບປະດັ່ງກ່າວ, ຕາງຫນ້າຄະນະແມ່ນໄດ້ຮ່ວມສົນທະນາຢ່າງເລິກເຊິ່ງ ກ່ຽວກັບ ຄວາມຄືບຫນ້າຂອງ ວຽກງານຊ່ວຍເຫຼືອທາງວິຊາການ, ການຕິດຕາມວຽກງານປະເມີນຜົນຮ່ວມກັນຂອງອົງການກຸ່ມອາຊີ-ປາຊິຟິກ ຂອງ ສປປ ລາວ, ແລະ ເຫດການໃນປັດຈຸບັນ ພ້ອມທັງ ຂໍ້ກໍານົດໃນຕໍ່ຫນ້າດ້ານການ ປະຕິບັດຕາມມາດຕະຖານຂອງ ອົງການຕ້ານການຟອກເງິນສາກົນ FATF.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.