ຫນັງສືພິມ Vientiane Times ໄດ້ນໍາສະເຫນີຂ່າວກ່ຽວກັບ ການຈັດເປັນຄັ້ງທີສອງຂອງກອງປະຊຸມທາບທາມ ປະກອບຄໍາຄິດເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການດໍາເນີນຄະດີປົກຄອງທີ່ຈັດຂຶ້ນທີ່ ເມືອງໂພນສະຫວັນ, ແຂວງ ຊຽງຂວາງ.
ເພື່ອເປັນການຕິດຕາມກອງປະຊຸມທາບທາມຄັ້ງທີ່ທໍາອິດທີ່ໄດ້ຈັດຂຶ້ນທີ່ນະຄອນປາກເຊໃນເດືອນກໍລະກົດທີ່ຜ່ານມາ, ສະຖາບັນຊວ່ຍເຫຼືອດ້ານກົດຫມາຍ ແລະ ວິຊາການ ພ້ອມດວ້ຍ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ສືບຕໍ່ຈັດກອງປະຊຸມຄັ້ງທີສອງນີ້ ແລະ ໄດ້ລວມເອົາບັນດາຜູ້ຕາງຫນ້າຈາກ 9 ແຂວງພາກເຫນືອ ແລະ ຊ່ຽວຊານຫຼາຍທ່ານ. ເນື້ອໃນຂອງການປະກອບຄໍາຄິດເຫັນໃນຄັ້ງນີ້ແມ່ນໄດ້ແນໃສ່ໃນຂົງເຂດຕ່າງໆຂອງບົດຮ່າງລັດຖະບັນຍັດ ແລະ ປະເພດຂອງການຮຽກຮ້ອງໃນຄະນະສານປົກຄອງ. ພວກເຮົາເຊຶ່ອວ່າການສ້າງຕັ້ງອໍານາດການປົກຄອງແຫ່ງຊາດທີ່ເປັນເອກະລາດ ຈະເປັນຂີດຫມາຍສໍາຄັນຕໍ່ການກາຍມາເປັນລັດທີ່ປົກຄອງດ້ວຍລະບຽບກົດຫມາຍຢ່າງແທ້ຈິງ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
