Image from ILSTA’s original activity publication: ກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ILSTA
Image from the original publication

This record is available in the original Lao. An English version is not available in the source archive.

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຈັດກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ໃນວັນທີ 3 ກຸມພາ ທີ່ຜ່ານມາ. ຊ່ຽວຊານ ແລະ ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບວິດີໂອ, ບົດບັນຍາຍອອນລາຍ ແລະ ບັນດາສິ່ງພຶມຕ່າງໆ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ. ໂປດສເຕີຈຳນວນ 100 ແຜ່ນ ແລະ ສິ່ງພິມໂຄສະນາຕາມສະຖານທີ່ ຈຳນວນ 6ຊຸດ ໃນຫົວຂໍ້ຂອງການສໍ້ລາດບັງຫຼວງໄດ້ຖືກແຈກຢາຍໃຫ້ແກ່ບັນດາຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ທີ່ເປັນພະນັກງານກວດກາຂອງກະຊວງແຜນການ ແລະ ການລົງທຶນ ຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ສະຖາບັນ ILSTA ຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມວຽກງານຂອງ ສປປ ລາວໃນການຕ້ານສໍ້ລາດບັງຫຼວງ, ຄຽງຄູ່ກັບຄູ່ພາຄີຂອງພວກເຮົາໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ຂໍ້ມູນໃຫ້ທຸກໆພາກສ່ວນ.

Archived ILSTA publication.

Historical archive: the text reflects the original publication and may describe laws, roles or opportunities as they stood at that time.