Image from ILSTA’s original activity publication: ກິດຈະກຳການຕ້ານສໍ້ລາດບັງຫຼວງ, ທີ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
Image from the original publication

This record is available in the original Lao. An English version is not available in the source archive.

ນັກຮຽນ ແລະ ອາຈານ ຈຳນວນ 450 ຄົນ ໄດ້ເຂົ້າຮ່ວມໃນກິດຈະກຳການຕ້ານສໍ້ລາດບັງຫຼວງ, ຈັດຂຶ້ນໂດຍ ສະຖາບັນ LSTA, ໂດຍຮ່ວມມືກັບ ອົງການກວດກາລັດ ແລະ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ. ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ໄດ້ນຳສະເໜີຜູ້ເຂົ້າຮ່ວມ ກ່ຽວກັບກິດຈະກຳໃນການຕ້ານສໍ້ລາດບັງຫຼວງ ໃນຂະແໜງການສຶກສາ ທີ່ປະຕິບັດໂດຍ ອົງການກວດກາລັດຖະບານ ໃນປີທີ່ຜ່ານມາ. ທ່ານ ຈອນ ຄອນນໍລີ ໄດ້ໃຫ້ຂໍ້ມູນກ່ຽວກັບກົດໝາຍກ່ຽວກັບການຕ້ານສໍ້ລາດບັງຫຼວງທີ່ປະຕິບັດໃນ ສປປ ລາວ ແລະ ສາກົນ. ການບັນຍາຍແມ່ນຈົບລົງດ້ວຍກິດຈະກຳຖາມ-ຕອບທີ່ຄຶກຄື້ນ. ພ້ອມດຽວກັນນັ້ນ, ທ່ານ ໄຊຄຳ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ ໄດ້ມອບ ໂປສເຕີໃນການຕ້ານສໍ້ລາດບັງຫຼວງຈາກ ສະຖາບັນ ILSTA ໃຫ້ແກ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.

Archived ILSTA publication.

Historical archive: the text reflects the original publication and may describe laws, roles or opportunities as they stood at that time.