ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ(OSPP) ຮ່ວມມືກັບສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ (ILSTA) ແລະ ຄູ່ຮ່ວມມືສາກົນຈາກ ລຸກຊຳບວກ ແລະ ການາດາ, ໄດ້ຈັດກອງປະຊຸມລະດັບຊາດ ຄັ້ງທຳອິດຂຶ້ນເພື່ອຈຸດປະສົງ ຕອບໂຕ້ໄພຂົ່ມຂູ່ສາກົນ ຈາກການຄ້າມະນຸດ, ການລັກລອບຂົນແຮງງານເຄື່ອນຍ້າຍ ແລະ ອາຊະຍາກໍາທີ່ມີການຈັດຕັ້ງ. ກອງປະຊຸມຄັ້ງນີ້ໄດ້ເຊີນບັນດາ ພະນັກງານໄອຍະການ, ຕຸລາການ ແລະ ຕໍາຫຼວດ ຈາກ 17 ແຂວງຂອງລາວ ເຂົ້າຮ່ວມເພື່ອຍົກສູງການປະສານຮ່ວມມື ແລະ ຄວາມພະຍາຍາມຮ່ວມກັນ ຕໍ່ສູ້ກັບໄພຂົ່ມຂູ່ທີ່ຮ້າຍແຮງເຫຼົ່ານີ້ ທີ່ມີຕໍ່ສັງຄົມ. ທ່ານ ຄຳສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ນີ້ແມ່ນກອງປະຊຸມຄັ້ງທໍາອິດ ທີ່ໄດ້ເຊີນເອົາ ບັນດາອົງການຈັດຕັ້ງບັງຄັບໃຊ້ກົດໝາຍທີ່ສຳຄັນ ມາຈາກທຸກໆແຂວງ ຮວມທັງຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ກະຊວງຍຸຕິທຳ ເພື່ອຮ່ວມກັນແກ້ໄຂບັນຫາທີ່ມີຄວາມເຊື່ອມໂຍງການນີ້. ທ່ານກ່າວຕື່ມອີກວ່າ: ມັນມີຄວາມສຳຄັນຫຼາຍທີ່ຈະຕ້ອງໄດ້ວິເຄາະບັນຫາເຫຼົ່ານີ້ຮ່ວມກັນ ແລະ ຖອດຖອນບົດຮຽນ ກ່ຽວກັບວິທີປະຕິບັດທີ່ດີສຸດ ໃນການຕໍ່ຕ້ານສິ່ງທ້າທາຍເລົ່ານີ້. ເນື່ອງຈາກວ່າ ກະແສໂລກາພິວັດເພີ່ມຂຶ້ນ, ອາຊະຍາກຳຂ້າມຊາດ […]
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
