ມື້ນີ້ແມ່ນ ວັນ ເນວສັນ ແມນເດລາ ສາກົນ, ເຊິ່ງເປັນວັນທີ່ພວກເຮົາສະເຫຼີມສະຫຼອງ ບຸກຄົນຜູ້ທີ່ຢືນຢັດເພື່ອສິດຕໍ່ກັບກຽດສັກສີ ແລະ ຄວາມເທົ່າທຽມຕໍ່ກັບທຸກຄົນ. ທ່ານ ເນວສັນ ແມນເດລາ ໄດ້ສໍາເລັດການນໍາພາການຕໍ່ຕ້ານນະໂຍບາຍການແບ່ງເຊື້ອຊາດ ໃນ ປະເທດ ອາຟຣິກາໃຕ້. ເຊິ່ງທ່ານໄດ້ຖືກໂທດຕັດອິດສະຫຼະພາບຢ່າງບໍ່ເປັນທໍາເປັນເວລາ 27 ປີ ໃນໄລະຍເວລາທີ່ຫຍຸ້ງຍາກຂອງທ່ານເພື່ອຄວາມເປັນປະຊາທິປະໄຕ ແລະ ການສົ່ງເສີມສັນຕິພາບ.

ກົດລະບຽບມາດຕະຖານຂັ້ນຕໍ່າດ້ານການປະຕິບັດຕໍ່ນັກໂທດແຫ່ງສະຫະປະຊາຊາດ (2015) ໄດ້ຖືກເອີ້ນວ່າ "ກົດລະບຽບຂອງ ເນວສັນ ແມນເດລາ" ເພື່ອເປັນການໃຫ້ກຽດຜົນງານຂອງທ່ານ. ກົດລະບຽບດັ່ງກ່າວແມ່ນກໍານົດໃຫ້ບັນດາປະເທດຕ່າງ ປະຕິບັດຕໍ່ກັບນັກໂທດ ດ້ວຍຄວາມເຄົາລົບກຽດສັກສີ ແລະ ຄຸນຄ່າຂອງພວກເຂົາ ໃນຖານະມະນຸດຄົນຫນຶ່ງ ແລະ ຈະບໍ່ຖືກທໍລະມານ ແລະ ການປະຕິບັດທີ່ບໍ່ເຫມາະສົມອື່ນໆ. ກົດລະບຽບດັ່ງກ່າວຍັງໄດ້ວາງຄໍາແນະນໍາຢ່າງລະອຽດໃນຫຼາຍບັນຫາ ເລີ່ມຈາກ ການກິລາ ໄປຈົນຮອດ ການວາງວິໄນ ຈົນເຖິງ ບໍລິການທາງການແພດ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.