ຕໍ່ກັບການເຄື່ອນໄຫວໃນການຕ້ານອາຊະຍາກໍາສັດປ່າ, ກົມຕໍາຫຼວດສິ່ງແວດລ້ອມ ໄດ້ຊ່ວຍເຫຼືອ ລູກຫມີຄວາຍ 16 ຕົວ ຈາກນັກຄ້າຂາຍສັດປ່າ ຢູ່ ນະຄອນຫຼວງວຽງຈັນ. ລູກຫມີເຫຼົ່ານີ້ ແມ່ນກໍາລັງຈະປະເຊີນກັບຊະຕາກໍາອັນໂຫດຮ້າຍ ໃນການໃຊ້ຊີວິດໃນຟາມເກັບຖົງນໍ້າບີສັດປ່າ ແບບຜິດກົດຫມາຍ, ເພື່ອເອົານໍາເອົາໄປເຮັດຢາພື້ນເມືອງ.
ສະຖາບັນ ILSTA, ພາຍໃຕ້ໂຄງການ Lux Dev ມີຄວາມພາກພູມໃຈ ໃນຕໍາຫຼວດສິ່ງແວດລ້ອມ ເຊິ່ງທາງສະຖາບັນ ໄດ້ໃຫ້ການຊ່ວຍເຫຼືອ ໃນການຍົກລະດັບຄວາມສາມາດດ້ານການ ສືບສວນ-ສອບສວນ ອາຊະຍາກໍາສັດປ່າ. ໃນເວລາ 2 ປີທີ່ຜ່ານມາ, ສະຖາບັນ ILSTA ໄດ້ມີສ່ວນຮ່ວມຢ່າງຫ້າວຫັນໃນການສະຫນອງ ການຝຶກອົບຮົມ ແລະ ການສ້າງຄວາມອາດສາມາດ ຄຽງຂ້າງ ຕໍາຫຼວດສິ່ງແວດລ້ອມ ແລະ ອົງການບັງຄັບໃຊ້ກົດຫມາຍອື່ນໆ, ໂດຍມີພັນທະສັນຍາໃນການຊ່ວຍເຫຼືອ ການແກ້ໄຂບັນຫາດັ່ງກ່າວໃນໄລຍະຍາວ.
ປະເທດລຸກຊໍາບວກ ຮັບຮູ້ ເຖິງຄວາມສໍາຄັນໃນການ ປົກປ້ອງ ສິ່ງແລວດລ້ອມ ແລະ ສັດປ່າ, ເຊິ່ງສະແດງເຖິງຄຸນຄ່າອັນເລິກເຊິ່ງນັ້ນ. ສະຖາບັນ ILSTA ແມ່ນຍັງອຸທິດຕົນໃນການຊຸກຍູ້ ຄວາມພະຍາຍາມ ຂອງ ສປປ ລາວ ໃນວຽກງານການຕ້ານການຄ້າຂາຍສັດປ່າແບບຜິດກົດຫມາຍ ແລະ ການແກ້ໄຂສິ່ງທ້າທາຍທີ່ ເຈົ້າຫນ້າທີ່ສືບສວນ-ສອບສວນຕ້ອງປະເຊີນ ໃນການນໍາຕົວຜູ້ກະທໍາຜິດມາລົງໂທດ.
ເນື່ອງຈາກ ເສືອໂຄ່ງ ແລະ ເສືອດາວ ທີ່ໄດ້ຖືກປະກາດວ່າ ສູນພັນໄປແລ້ວໃນ ສປປ ລາວ, ຫມີຄວາຍ ແມ່ນຍັງຖືວ່າເປັນຊະນິດພັນສັດກິນຊີ້ນ ທີ່ເປັນກຸ່ມໃຫຍ່ທີ່ສຸດໃນພາກພື້ນ. ບັນດາຫມີເຫຼົ່ານີ້ແມ່ນ ນອນຢູ່ໃນບັນຊີ 1 ຂອງ ສົນທິສັນຍາໄຊເຕັດ, ວ່າດ້ວຍການຫ້າມການຄ້າຂາຍສັດປ່າລະຫວ່າງປະເທດ ແລະ ຕ້ອງໄດ້ຮັບການປົກປ້ອງພາຍໃຕ້ກົດຫມາຍສັດປ່າພາຍໃນ, ໂດຍການຫ້າມການລ່າ, ຄ້າຂາຍ ແລະ ການຈັບເອົາມາ່ຄອບຄອງ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
