ທ່ານ ຣີຊາດ ຟິລິບປາດ, ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ (ILSTA) ໄດ້ເຂົ້າຢ້ຽມຄໍານັບ ທ່ານ ໄຊຊະນະ ໂຄດພູທອນ, ຫົວຫນ້າອົງການໄອຍະການປະຊາຊົນສູງສຸດ ເພື່ອໂອ້ລົມສົນທະນາກ່ຽວກັບ ການສະຫນັບສະຫນູນ ແລະ ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານເສີມສ້າງຄວາມເຂັ້ມແຂງ ແລະ ການຮ່ວມມືທາງດ້ານກົດຫມາຍລະຫວ່າງປະເທດ. ໃນກາລະໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈມາຍັງສະຖາບັນ ILSTA ທີ່ໄດ້ໃຫ້ການສະຫນັບສະຫນູນຢ່າງຕໍ່ເນື່ອງ, ໂດຍສະເພາະໃຫ້ການຊ່ວຍເຫຼືອແກ່ ອົງການໄອຍະການປະຊາຊົນສູງສຸດ ໃນການປະຕິບັດພາລະບົດບາດໃຫມ່ ໃນຖານະທີ່ເປັນອົງການໃຈກາງສໍາລັບການຮ່ວມມືທາງດ້ານຍຸຕິທໍາລະຫວ່າງປະເທດໃນຄະດີອາຍາ ແລະ ການເສີມສ້າງຄວາມເຂັ້ມແຂງໃນການຮ່ວມມືທາງດ້ານກົດຫມາຍຢູ່ໃນພາກພື້ນ ຜ່ານການເປັນສະມາຊິກເຄືອຂ່າຍຍຸຕິທໍາອາຊີຕາເວັນອອກສຽງໃຕ້ (SEAJust) ແລະ ທັງສອງຝ່າຍກໍພ້ອມຈະສືບຕໍ່ການຮ່ວມມືກັນຢ່າງໃກ້ຊິດໃນປີຕໍ່ຫນ້ານີ້. ສະຖາບັນ ILSTA ໄດ້ຮັບ ໃບຍ້ອງຍໍດີເດັ່ນຕໍ່ບົດບາດຂອງສະຖາບັນໃນການສະຫນັບສະຫນູນອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
