ສະຖາບັນ ILSTA ໄດ້ໃຫ້ການຊ່ວຍເຫຼືອທາງວິຊາການໃຫ້ແກ່ ອົງການຈັດຕັ້ງ ຢູ່ ສປປ ລາວ ໃນການຮ່າງບົດລາຍງານ ພາຍຫຼັງການສັງເກດການ (POPR) ຂອງອົງການການເງິນສາກົນ (FATF).

ພາຍຫຼັງການຍື່ນບົດລາຍງານດັ່ງກ່າວ, ສະຖາບັນ ILSTA ແຫ່ງ ລາຊະອານະຈັກລຸກຊໍາບວກ ໄດ້ເຂົ້າພົບປະກັບ ອົງການໄອຍະການປະຊາຊົນສູງສຸດ, ເພື່ອ ປຶກສາຫາລືກ່ຽວກັບ ການຊ່ວຍເຫຼືອດ້ານ ການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ແຜນງານໃນຕໍ່ຫນ້າຂອງປີ 2025.

ສະຖາບັນ ILSTA ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ເນັ້ນຫນັກເຖິງຄວາມຕ້ອງການໃນການສະຫນອງການຝຶກອົບຮົມ ດ້ານ ການເຜີຍແຜ່ຂະບວນການປະຕິບັດຕາມມາດຕະຖານຂອງອົງການ FATF, ເຊິ່ງ ມີສ່ວນຕິດພັນກັບ ວຽກງານການຊ່ວຍເຫຼືອດ້ານກົດຫມາຍ ແລະ ວິຊາການຂອງ ILSTA. ແຜນງານການຝຶກອົບຮົມດັ່ງກ່າວແມ່ນ ສ້າງຂຶ້ນມາເພື່ອໃຫ້ທັກສະ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບ ມາດຕະຖານສາກົນຕ່າງໆ.

ສະຖາບັນ ILSTA ຍັງໄດ້ຊ່ວຍເຫຼືອ ອົງການໄອຍະການປະຊາຊົນໃນການ ເພີ່ມທະວີການຮ່ວມມືລະຫວ່າງອົງການໃນທົ່ວພາກພື້ນ, ເພື່ອໃຫ້ສອດຄ່ອງກັບ ຂໍ້ແນະນໍາຂອງອົງການ FATF ແລະ ການປະຕິບັດສາກົນ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.