ສະຖາບັນ ຊວ່ຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ ໄດ້ຮັບຂ່າວດີຈາກ ໂຄງການສອນພາສາອັງກົດຫຼັກສູດກົດຫມາຍ. ຂໍຊົມເຊີຍ ທ່ານ ອານຸສອນ ບຸນຍາວົງ ຈາກ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ທີ່ໄດ້ຮັບ ທຶນການສຶກສາ ລະດັບປະລິນຍາໂທ ສາຂາພົວພັນສາກົນ ຫຼັກສູດພາສາອັງກິດ ທີ່ ມະຫາວິທະຍາໄລ Ritsumeikan ເມືອງກຽວໂຕ, ປະເທດຍີປຸ່ນ. ກອ່ນຫນ້ານັ້ນ ທ່ານ ອານຸສອນ ບຸນຍາວົງ ໄດ້ຮຽນ ພາສາອັງກິດຫຼັກສູດສໍາລັບກົດຫມາຍກັບໂຄງການຂອງ ILSTA ເປັນເວລາ 12 ອາທິດ. ILSTA ຂໍສະແດງຄວາມຍິນດີຕໍ່ບາດກ້າວໃນການສຶກສາ ຂອງ ທ່ານ ອານຸສອນ ບຸນຍາວົງ!

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.