ສະຖາບັນຊວ່ຍເຫຼືອດ້ານກົດຫມາຍ ແລະ ວິຊາການ ຮູ້ສຶກເປັນກຽດທີ່ໄດ້ສະຫນັບສະຫນູນສານປະຊາຊົນສູງສຸດແຫ່ງ ສປປ ລາວ The People's Supreme Court Lao PDR ໃນການລົນນະລົງສົ່ງເສີມຂໍ້ມູນດ້ານກົດຫມາຍ. ຜ່ານການລົນນະລົງນີ້, ພວກເຮົາຫວັງທີ່ຈະຊວ່ຍໃນການສະຫນັບສະຫນູນ ແລະ ປຸກລະດົມໃຫ້ຄູ່ພາຄີຂອງພວກເຮົາສາມາດເຂົ້າເຖິງຂໍ້ມູນ ແລະ ຄວາມຮູ້ກ່ຽວກັບກົດຫມາຍ. ສະຖາບັນຂອງພວກເຮົາຮູ້ສຶກດີໃຈທີ່ໄດ້ສະຫນັບສະຫນູນ ປຶ້ມປະມວນກົດຫມາຍ ຈໍານວນ 200 ສະບັບໃຫ້ແກ່ ຜູ້ພິພາກສາ ແລະ ຜູ້ຊວ່ຍຜູ້ພິພາກສາ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.