ສະຖາບັນຊ່ວຍເຫຼືອດ້ານກົດຫມາຍ ແລະ ວິຊາການ (ILSTA) ຂໍສະແດງຄວາມຍິນດີກັບ ທ່ານນາງ ມາລາວັນ ພູນແສນອ້ວນ ຈາກສໍານັກງານຕ້ານການຟອກເງິນ, ຜູ້ຊະນະເລີດໃນກິດຈະກໍາຖາມ-ຕອບອອນລາຍໃນຫົວຂໍ້ກ່ຽວກັບການດໍາເນີນຄະດີອາຍາ. ຜູ້ຊະນະເລີດໄດ້ຮັບການຕ້ອນຮັບ ຈາກທີມງານໃນສະຖາບັນ ILSTA ຢ່າງອົບອຸ່ນ. ທ່ານນາງ ເພີລີນ ຊີມອນ, ຜູ້ປະສານງານຈາກມະຫາວິທະຍາໄລລຸກຊໍາບວກ ແລະ ທ່ານ ຄິດ ຟາຄູຮາຊັນ, ຊ່ຽວຊານສະຖາບັນ ILSTA ໄດ້ຖືເປັນຕົວແທນໃນການມອບລາງວັນໃນຄັ້ງນີ້. ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງສຸດໃຈ!
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
