ໃນມື້ອື່ນ, ວັນທີ 1 ມິຖຸນາ, ແມ່ນວັນປູກຕົ້ນໄມ້ແຫ່ງຊາດ - ເຊິ່ງວັນດັ່ງກ່າວແມ່ນຖືເອົາເປັນວັນທີ່ ພວກເຮົາມາຮ່ວມກັນປູກຕົ້ນໄມ້ ເພື່ອອະນາຄົດອັນຍືນຍົງ. ສປປ ລາວ ເປັນປະເທດທີ່ ອຸດົມສົມບູນໄປດ້ວຍປ່າໄມ້ໃບຂຽວ, ເຊິ່ງເຮັດຫນ້າທີ່ສະຫນອງຊັບພະຍາກອນທໍາມະຊາດໃຫ້ແກ່ປະຊາຊົນ ແລະ ຍັງເປັນຖິ່ນອາໄສຂອງສັດປ່ານານາຊະນິດ. ຕົ້ນໄມ້ເຮັດຫນ້າທີ່ດູດຊຶມເອົາ ກາສ ກາກບອນດີອົກຊິດ ແລະ ຜະລິດອົກຊີແຊນ ແລະ ຍັງມີຄວາມສໍາຄັນຕໍ່ກັບການສະກັດກັ້ນຜົນກະທົບຈາກພາວະໂລກຮ້ອນອີກຕື່ມ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
