ການຄ້າມະນຸດ ແມ່ນ ປະກົດການຫຍໍ້ທໍ້ອັນຫນຶ່ງ ທີ່ມີຜົນກະທົບຕໍ່ກັບ ທຸກປະເທດໃນທົ່ວໂລກ ແລະ ມັກຈະມີການຮ່ວມມືກັນລະຫວ່າງ ລັດ ເພື່ອແກ້ໄຂ. ຢູ່ ສປປ ລາວ, ຈໍານວນຜູ້ເຄາະຮ້າຍທີ່ເປັນຄົນຕ່າງປະເທດ ແມ່ນ ຖືກຂູດຮີດເອົາຜົນປະໂຫຍດ ຈາກກຸ່ມອາຊະຍາກໍາ ໃນຂະນະດຽວກັນ ຄົນສັນຊາດລາວ ກໍຕົກເປັນເຫຍື່ອຢູ່ຕ່າງປະເທດເຊັ່ນດຽວກັນ.
ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແມ່ນມີພັນທະໃນວຽກງານ ການຕ້ານອາຊະຍາກໍາອັນຮ້າຍແຮງນີ້ ໂດຍການ ສ້າງຄວາມສາມາດຂອງນັກການທູດ ກ່ຽວກັບ ບັນຫາດັ່ງກ່າວ ແລະ ໂດຍການເຜີຍແຜ່ ໃຫ້ແກ່ ກຸ່ມປະຊາກອນທີ່ຕົກຢູ່ໃນຄວາມສຸ່ມສ່ຽງ. ສະຖາບັນ ILSTA ໄດ້ຊ່ວຍເຫຼືອ ກະຊວງການຕ່າງປະເທດ ໃນຄວາມພະຍາຍາມດັ່ງກ່າວ ໂດຍການສະຫນອງເອກະສານດ້ານການສຶກສາ ກ່ຽວກັບ ການລະບຸຕົວຕົນຂອງການຄ້າມະນຸດ ພ້ອມກັບ ເອກະສານ ສົນທິສັນຍາສາກົນ ທີ່ກ່ຽວຂ້ອງ ເປັນສະບັບພາສາລາວ.
ເອກະສານກ່ຽວກັບ ການສະກັດກັ້ນ ແມ່ນຈະສາມາດເຂົ້າເຖິງໄດ້ ຜ່ານບັນດາຫ້ອງການກົງສຸນຕ່າງໆ ເພື່ອເປັນການໃຫ້ຂໍ້ມູນແກ່ກຸ່ມຄົນທີ່ມີຄວາມສ່ຽງ ດ້ານການເຄື່ອນຍ້າຍຖິ່ນຖານ, ໂດຍສະເພາະແມ່ນ ຄວາມສ່ຽງດ້ານການຄ້າມະນຸດ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
