ອົງການໄອຍະການປະຊາຊົນສູງສຸດ ໄດ້ສໍາເລັດກອງປະຊຸມປຶກສາຫາລື ໃນຄັ້ງທີສາມ ຢູ່ ເມືອງປາກເຊ, ຮ່ວມກັບ ສະຖາບັນ ILSTA, ເປັນສ່ວນຫນຶ່ງໃນການປະເມີນທົ່ວປະເທດ ກ່ຽວກັບ ການຈັດຕັ້ງປະຕິບັດກົດຫມາຍ ທີ່ຢູ່ພາຍໃຕ້ອົງການໄອຍະການປະຊາຊົນ. ໃນລະຫວ່າງກອງປະຊຸມ, ບັນດາພະນັກງານທີ່ມາຈາກບັນດາແຂວງພາກໃຕ້ ໄດ້ແລກປ່ຽນ ບົດຮຽນກ່ຽວກັບບັນຫາສິ່ງທ້າທາຍ ທີ່ໄດ້ພົບເຫັນ ໃນການຈັດຕັ້ງປະຕິບັດ ບັນດາກົດຫມາຍເຫຼົ່ານີ້ ໃນຂອບເຂດສິດອໍານາດຂອງຕົນ ແລະ ໄດ້ໃຫ້ການແນະນໍາແກ່ການປັບປຸງ ການເຜີຍແຜ່ ແລະ ການບັງຄັບໃຊ້ກົດຫມາຍ. ກອງປະຊຸມລັກສະນະດຽວກັນທີ່ຜ່ານ ແມ່ນໄດ້ຈັດຢູ່ຫຼວງພະບາງ ແລະ ເມືອງວັງວຽງ, ເຮັດໃຫ້ຂັ້ນຕອນການປະເມີນດັ່ງກ່າວກາຍເປັນວາລະລະດັບຊາດ ເຊິ່ງຈະເອົາໄປສະເຫນີໃນກອງປະຊຸມ ສະພາແຫ່ງຊາດ.
ຜູ້ຊ່ຽວຊານຈາກສະຖາບັນ ILSTA ໄດ້ແລກປ່ຽນຄໍາເຫັນ ຕໍ່ກັບ ລະບົບການດໍາເນີນຄະດີຂອງ ສປປ ລາວ ແລະ ໄດ້ສົມທຽບລະບົບຂອງຕ່າງປະເທດ. ເຊິ່ງຍັງໄດ້ມີການນໍາສະເຫນີ ກໍລະນີສຶກສາໃນການລະບຸການກະທໍາຜິດໃນ ສປປ ລາວ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
