ເນື່ອງຈາກມາດຕະການລັອກດາວໄດ້ເລີ່ມຂຶ້ນອີກຄັ້ງ, ສະຖາບັນ ILSTA ຂໍໃຫ້ທຸກໆທ່ານປອດໄພ ແລະ ປະຕິບັດຕາມມາດຕະການປ້ອງກັນຢ່າງເຄັ່ງຄັດ ເພື່ອຄວມຄຸບ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໄປພ້ອມໆກັນ.
ເພື່ອນໍາໃຊ້ຄຸນປະໂຫຍດທາງດ້ານເຕັກໂນໂລຊີ ແລະ ສະພາບການທີ່ຈໍາກັດນີ້, ສະຖາບັນ ILSTA ກໍາລັງພັດທະນາ ແລະ ກະກຽມກິດຈະກໍາຕ່າງໆ ເພື່ອສົ່ງເສີມການຮຽນຮູ້ທາງອອນລາຍພາຍໃຕ້ຫົວຂໍ້ທາງດ້ານກົດຫມາຍໃຫ້ແກ່ທຸກໆທ່ານ. ຖ້າຫາກທ່ານເປັນພະນັກງານລັດຖະກອນ ແລະ ຜູ້ປະຕິບັດກົດຫມາຍ, ທ່ານສາມາດເຂົ້າຮ່ວມ ຊຸດບົດບັນຍາຍອອນລາຍ ແລະ ຫຼັກສູດພາສາອັງກິດສໍາລັບກົດຫມາຍ ລວມທັງ ກິດຈະກໍາໃຫມ່ໆ ທີ່ກໍາລັງຈະເລີ່ມຂຶ້ນໄວໆນີ້ ເປັນຕົ້ນແມ່ນ ການເຝິກອົບຮົມທາງອອນລາຍ ແລະ ຊຸດວິດີໂອແບບການປະຕິບັດທີ່ດີໃນການບັງຄັບໃຊ້ກົດຫມາຍນໍາອີກດ້ວຍ! ສໍາລັບນັກສຶກສາ, ສະຖາບັນພວກເຮົາກໍຍັງຈະມີບົດບັນຍາຍເປີດກວ້າງອອນລາຍຫົວຂໍ້ທາງດ້ານກົດຫມາຍເຊັ່ນດຽວກັນ!
ຢ່າລືມຕິດຕາມພວກເຮົາທາງເຟສບຸກ ເພື່ອຮັບຂໍ້ມູນຂ່າວສານຕ່າງໆກ່ຽວກັບກິດຈະກໍາອອນລາຍຂອງສະຖາບັນ ໃນໄວໆນີ້!
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
