ມື້ນີ້ແມ່ນ ວັນເຕົ່າໂລກ. ພວກເຮົາມາຮ່ວມກັນອະນຸລັກເຕົ່າ ແລະ ປົກປ້ອງຖິ່ນທີ່ຢູ່ອາໄສຢູ່ມະຫາສະມຸດ ແລະ ຊາຍຫາດນໍາກັນເທາະ.
ໃນການປົກປ້ອງສັດຊະນິດນີ້, ເຮົາຍັງຈະຊ່ວຍຮັກສາສັດ ແລະ ພືດພັນຊະນິດອື່ນທີ່ມີການອາໄສເຊິ່ງກັນ ແລະ ກັນອີກຕື່ມ. ເຮົາມາຮ່ວມກັນຮັກສັດສັດເຫຼົ່ານີ້ໃຫ້ກັຍຄົນຮຸ່ນຕໍ່ໄປນໍາກັນ. ເຕົ່າມີຫຼາຍກວ່າ 360 ສາຍພັນໃນໂລກ ທັງສາຍພັນນໍ້າເຄັມ ແລະ ນໍ້າຈືດ. ເຊິ່ງວ່າພວກມັນແມ່ນມີຄວາມສ່ຽງທີ່ຈະສູນພັນ ເນຶ່ອງຈາກການລ່າເອົາ ຊີ້ນ, ຫນັງ, ໄຂ່ ແລະ ກະດອງ.
ໃນ ສປປ ລາວ, ເຕົ່າແມ່ນຖືວ່າເປັນສັດທີ່ໃກ້ສູນພັນ ຍ້ອນຖືກລ່າ ຫຼື ຄ້າຂາຍເປັນອາຫານ ແລະ ຢາພື້ນເມືອງ.
ເນື່ອງໃນໂອກາດດັ່ງກ່າວ ເຮົາມາປຸກລະດົມການປ່ຽນແປງພຶດຕິກໍາຂອງເຮົາເພື່ອຊ່ວຍໃຫ້ສັດຊະນິດນີ້ຢູ່ລອດນໍາກັນເທາະ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
