ໃນອາທິດນີ້, ພວກເຮົາໄດ້ພາກັນສະຫຼອງ ວັນລັດຖະທໍາມະນູນ ຢູ່ ສປປ ລາວ!
ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນໄດ້ຮັບການບັນຍັດຂຶ້ນໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງຄັ້ງຫຼ້າສຸດໃນປີ 2015.
ແລ້ວລັດຖະທໍາມະນູນແມ່ນຫຍັງ?
ລັດຖະທໍາມະນູນແມ່ນກົດຫມາຍພື້ນຖານຂອງປະເທດໃດຫນຶ່ງ - ເຊິ່ງໄດ້ກໍານົດເອົາບັນດາສະຖາບັນຕ່າງໆທີ່ປິ່ນອ້ອມກົງຈັກລັດ; ບັນຍັດເອົາອົງປະກອບສ້າງ, ສິດອໍານາດ, ແລະ ການເຮັດວຽກ ແລະ ວາງຂໍ້ກໍານົດກ່ຽວກັບສາຍພົວພັນດັ່ງກ່າວ.
ລັດຖະທໍາມະນູນຂອງ ສປປ ລາວ ກໍຍັງ ກໍານົດສິດ ແລະ ຫນ້າທີ່ຂອງພົນລະເມືອງລາວໄວ້
ທ່ານຮູ້ບໍ່ວ່າ?
• ລັດຖະທໍາມະນູນແມ່ນໄດ້ຮັບປະກັນຄວາມເທົ່າທຽມຕໍ່ຫນ້າກົດຫມາຍຂອງພົນລະເມືອງ (ມາດຕາ 35)
• ຍັງໃຫ້ສິດເທົ່າທຽມໂດຍປາສະຈາກບັນຫາທາງສະຖານະພາບຍິງ ຊາຍ (ມາດຕາ 37)
• ຮັກສາໄວ້ເຊິ່ງ ສິດໃນການສຶກສາ ແລະ ເລືອກອາຊີບໃນການດໍາລົງຊີວິດ (ມາດຕາ 38 & 39)
ທ່ານສາມາດຕິດຕາມພວກເຮົາເພື່ອຮຽນຮູ້ເພີ່ມຕື່ມກ່ຽວກັບຂໍ້ມູນດັ່ງກ່າວ ແລະ ສາມາດເຂົ້າໄປອ່ານ ເອກະສານເອເລັກໂຕຣນິກ ຂອງ ລັດຖະທໍາມູນລາວ ຢູ່ຕາມລິ້ງຂ້າງລຸ່ມນີ້ໄດ້ເລີຍ:
ສະບັບພາສາລາວ: https://bit.ly/3C63FGi
ສະບັບພາສາອັງກິດ: https://bit.ly/3dpmKJ5
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
