ກົມພາສີ, ກະຊວງການເງິນແຫ່ງ ສປປ ລາວ, ຮ່ວມກັບ ສະຖາບັນ ILSTA ແລະ ອົງການພາສີໂລກ, ແມ່ນຮ່ວມກັນຈັດ ກອງປະຊຸມກ່ຽວກັບ ການຄຸ້ມຄອງຄວາມສ່ຽງດ້ານອາຊະຍາກໍາສັດປ່າ. ເຊິ່ງກອງປະຊຸມດັ່ງກ່າວແມ່ນ ພາກສ່ວນຫນຶ່ງຂອງໂຄງການ IANAMA, ຂໍ້ມູນເພີ່ມເຕີມຕາມເວັບໄຊ ຂ້າງລຸ່ມນີ້,

ກອງປະຊຸມດັ່ງກ່າວແມ່ນຈະລວມເອົາ ການນໍາສະເຫນີລາຍລະອຽດທາງດ້ານການ ປະເມີນຄວາມສ່ຽງ ເພື່ອລະບຸ ໄພຂົ່ມຂູ່ຕໍ່ກັບ ຄວາມພະຍາມບັງຄັບໃຊ້ກົດຫມາຍ ແລະ ການພັດທະນາຍຸທະສາດຕ່າງໆໃນການລະບຸບັນຫາດັ່ງກ່າວ. ເຊິ່ງຈະລວມມີການ ບົ່ງຊີ້ຂອບເຂດທີ່ມີລະດັບການຄ້າຂາຍສູງ, ການກວດກາການເຄື່ອນໄຫວຂອງຜູ້ຄ້າຂາຍທີ່ຕ້ອງສົງໄສ ແລະ ຂໍ້ມູນພັນສັດປ່າຕ່າງໆ, ຫຼື ການຮ່ວມມືກັບອົງການບັງຄັບໃຊ້ກົດຫມາຍອື່ນໆ ເພື່ອການລວບລວມຂໍ້ມູນ ດ້ານເຄື່ອຂ່າຍໃນການຄ້າຂາຍ. ອັນນີ້ແມ່ນຈະໄປເພີ່ມປະສິດທິຜົນຂອງ ການຕ້ານການຄ້າຂາຍສັດປ່າທີ່ຜິດກົດຫມາຍ ແລະ ອາຊະຍາກໍາທີ່ມີການຈັດຕັ້ງ.

ສະຖາບັນ ILSTA ແມ່ນມີພັນທະໃນການຊ່ວຍເຫຼືອ ສປປ ລາວ ໃນການຕ້ານອາຊະຍາກໍາສັດປ່າ ຜ່ານ ການຊ່ວຍເຫຼືອທາງວິຊາການ ໃຫ້ແກ່ອົງການບັງຄັບໃຊ້ກົດຫມາຍທີ່ສໍາຄັນໃນ ສປປ ລາວ ເຊັ່ນ, ຄະນະຄວບຄຸມ ແລະ ປາບປາມຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ, ກົມກວດກາປ່າໄມ້, ແລະ ອົງການໄອຍະການປະຊາຊົນສູງສຸດ. ທ່ານ ສາຍມະໂນລິນ ສິນບັນດິດ, ຮອງຫົວຫນ້າກົມພາສີ, ໄດ້ໃຫ້ກຽດເປັນປະທານຮ່ວມ ໃນການເປີດກອງປະຊຸມດັ່ງກ່າວຢູ່ນະຄອນຫຼວງວຽງຈັນ, ເຊິ່ງຈະໄດ້ດໍາເນີນໄປຕັ້ງແຕ່ ວັນທີ 27 ຫາ 31, 2023.

https://www.wcoomd.org/en/topics/enforcement-and-compliance/activities-and-programmes/environment-programme/inama-project.aspx

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.