ມື້ນີ້ແມ່ນ ວັນຕ້ານການຄ້າມະນຸດສາກົນ
ການຄ້າມະນຸດ, ຫຼື ມັກເອີ້ນໂດຍທົ່ວໄປວ່າ ເປັນ "ລະບົບຂ້າທາດສະໄຫມໃຫມ່," ແມ່ນຖືເປັນ ໄພອັນຕະລາຍໃນທົ່ວໂລກ ເຊິ່ງສ້າງຜົນກະທົບໃຫ້ແກ່ ປະຊາກອນທັງ ຊາຍ, ແມ່ຍິງ ແລະ ເດັກນ້ອຍທັງຫມົດປະມານ 40 ລ້າຍຄົນ. ຜູ້ຄົນເຫຼົ່ານີ້ຕິດກັບດັກເຄື່ອຂ່າຍອັນຕະລາຍ ຂອງການບັງຄັບໃຊ້ແຮງງານ, ການຂູດຮີດທາງເພດ, ການຂາຍອະໄວຍະວະ, ແລະ ຮູບແບບອື່ນໆ ເພື່ອຂູດຮີດເອົາຜົນປະໂຫຍດ.
ມີການລາຍງານຢູ່ໃນ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ລະບຸວ່າ ແມ່ນຍິງຫຼາຍກວ່າ 22 ລ້ານຄົນ ໄດ້ຖືກຄ້າຂາຍ ແລະ ບັງຄັບໃຫ້ແຕ່ງງານ ໃນປີ 2021. ການຄ້າມະນຸດ ຍັງ ຖືກເບິ່ງວ່າເປັນໄພຄຸກຄາມທາງເພດຢູ່ເລື້ອຍໆ, ເຊິ່ງ ແມ່ຍິງ ແລະ ເດັກນ້ອຍ ມີແນວໂນ້ມສູງທີ່ຈະຕົກຢູ່ພາຍໃຕ້ຮູບແບບການຂູດຮີດດັ່ງກ່າວ. ອີງຕາມບົດລາຍງານຂອງອົງການສະຫະປະຊາຊາດ ກ່ຽວກັບ ແມ່ຍິງ ແລະ ເດັກຍິງທີ່ຖືກຄ້າຂາຍ, ມີຫຼາຍກວ່າ 60% ຂອງແມ່ຍິງ ແລະ 25 % ຂອງເດັກຍິງ ຖືກຂາຍເພື່ອໃຊ້ແຮງງານທີ່ມີການຈໍາແນກທາງເພດ, ເຊິ່ງໃນນັ້ນລວມມີ ວຽກລ້ຽງເດັກ, ວຽກເຮືອນ, ແລະ ການຂາຍບໍລິການທາງເພດ ເຊິ່ງເປັນສະຖິຕິຂອງປີ 2021.
ມີຜູ້ຄົນຈໍານວນຫຼາຍ, ທີ່ກໍາລັງຊອກຫາໂອກາດທີ່ຂຶ້ນ ແລະ ໂອກາດໃນການສົ່ງເສີມຄອບຄົວຂອງຕົນ, ໄດ້ມີເຄື່ອນຍ້າຍຖິ່ນຖານໄປສະຖານທີ່ຕ່າງໆທີ່ບໍ່ຄຸ້ນເຄຍ, ທັງພາຍໃນ ແລະ ຕ່າງປະເທດ. ແຕ່ເປັນຄວາມໂຊກຮ້າຍຂອງ ຜູ້ຄົນເຫຼົ່ານັ້ນ ທີ່ດໍາເນີນຊີວິດຢູ່ບົນຄວາມທຸກຍາກ ແລະ ສະພາບອັນຍາກຈົນ ເຮັດໃຫ້ຕົກເປັນເປົ້າຫມາຍສູງສຸດຂອງຜູ້ຄ້າຂາຍ. ຜູ້ຄົນທີ່ຢູ່ໃນສະພາບທີ່ສິ້ນຫວັງ ໄດ້ຮັບສັນຍາວ່າຈະມີວຽກເຮັດງານທໍາ ພຽງເພື່ອຈະຖືກບັງຄັບໃຫ້ຕົກເປັນເຫຍື່ອຂອງ ການເປັນຂ້າທາດ, ຖືກຂາຍເພື່ອເອົາຄ່າໄຖ່, ຫຼື ຕົກເປັນເຫຍື່ອຂອງຮູບແບບການຂູດຮີດອື່ນໆ. ອາຊະຍາກໍາດັ່ງກ່າວ ຍັງເກີດຂຶ້ນໂດຍບໍ່ມີການລາຍງານ, ເຊິ່ງເຮັດໃຫ້ຜູ້ຄ້າຂາຍສາມາດສືບຕໍ່ດໍາເນີນການເຄື່ອນໄຫວອັນໂຫດຮ້າຍດັ່ງກ່າວຢ່າງລອຍນວນ.
ຜູ້ຄ້າມະນຸດ ແມ່ນໄດ້ ຂູດຮີດຜູ້ຕົກເປັນເຫຍື່ອ ທີ່ມາທັງຈາກ ພາຍໃນ ແລະ ຕ່າງປະເທດ, ໂດຍນໍາໃຊ້ຫຼາຍພາກພື້ນ ເປັນຈຸດຜ່ານ. ນອກນັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງໄດ້ເພີ່ມທະວີບັນຫາດັ່ງກ່າວ, ເນື່ອງຈາກມີການຈໍາກັດການເດີນທາງ ແລະ ການປິດດ່ານສາກົນຕ່າງໆ ພາໃຫ້ການຫວ່າງງານ ແລະ ຄວາມຫຍຸ້ງຍາກທາງເສດຖະກິດຂະຫຍາຍຕົວຫຼາຍຂຶ້ນ. ສະພາບເງື່ອນໄຂຕ່າງໆ ຜັກດັນໃຫ້ແຮງງານຕ່າງໆ ກ້າວເຂົ້າສູ່ສະພາບທີ່ມີການຂູດຮີດ ເນື່ອງຈາກຕ້ອງໄດ້ຊອກຫາວຽກ ເຊິ່ງມີລາຍຮັບຕໍ່າ ຫຼື ຈໍາເປັນຕ້ອງເດີນທາງໄປຕ່າງປະເທດແບບຜິດກົດຫມາຍ.
ການຄ້າມະນຸດ ບໍ່ພຽງແຕ່ເປັນເປັນໄພຕໍ່ກັບຊີວິດຂອງຜູ້ຄົນ ແລະ ຄອບຄົວຂອງພວກເຂົາ ແຕ່ຍັງເປັນການເຕີມເຊື້ອໄຟໃຫ້ແກ່ ກຸ່ມອາຊະຍາກໍາແບບມີການຈັດຕັ້ງ. ເຄືອຂ່າຍຂອງອາຊະຍາກອນເຫຼົ່ານີ້ ແມ່ນຂະຫຍາຍຕົວຕາມຜົນກໍາໄລທີ່ມາຈາກການ ຂູດຮີດຜູ້ຄົນທີ່ມີຄວາມສຸ່ມສ່ຽງ ເຊິ່ງເຮັດໃຫ້ມີການໃຊ້ຄວາມຮຸນແຮງ ແລະ ກໍ່ອາຊະຍາກໍາຕໍ່ໄປເລື້ອຍໆ.
ເພາະສະນັ້ນ ຈຶ່ງເປັນສິ່ງສໍາຄັນ ທີ່ຕ້ອງລະມັດລະວັງຕົວ, ມີການຕິດຕໍ່ກັບຄອບຄົວ ແລະ ຜູ້ຄົນທີ່ເຮົາຮັກ, ແລະ ມີສະຕິຕໍ່ກັບຄວາມສ່ຽງ ໃນການເດີນທາງໄປເຮັດວຽກຢູ່ຕ່າງປະເທດ. ເພາະການຄ້າມະນຸດ ແມ່ນ ຈະດໍາເນີນໄປໂດຍການຂູດຮີດຜູ້ຄົນທີ່ມີຢູ່ໃນສະພາບອ່ອນແອ.
ເພາະສະນັ້ນ ພວກເຮົາຈົ່ງຮ່ວມໃຈ ຊ່ວຍກັນສະກັດກັ້ນໄພອັນຕະລາຍດັ່ງກ່າວ ແລະ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບນໍາກັນ
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
