ວັນເນວສັນ ແມນເດລາສາກົນ ໃນວັນທີ 18 ກໍລະກົດທີ່ຜ່ານມາ ໄດ້ຖືກເປັນວັນລໍານຶກຄືນເຖິງບຸກຄົນທີ່ໄດ້ຕໍ່ສູ້ເພື່ອຄວາມເທົ່າທຽມ ແລະ ກຽດສັກສີຂອງມວນມະນຸດຊາດ.
ທ່ານ ເນວສັນ ແມນເດລາ ໄດ້ຖືກຕັດສິນ ຕັດອິດສະຫຼະພາບຢ່າງບໍ່ເປັນທໍາ ເປັນເວລາ 27 ປີ ໃນລະຫວ່າງ ການຕໍ່ສູ້ເພື່ອຄວາມຍຸຕິທໍາທາງສັງຄົມ ເຊິ່ງພາຍຫຼັງ ຖືກປ່ອຍຕົວ ແລະ ເລືອກຕັ້ງເປັນ ປະທານາທິບໍດີແຫ່ງ ປະເທດ ອາຟຣິກາໃຕ້. ຜົນງານການຕໍ່ສູ້ຕ້ານ ນະໂຍບາຍຈໍາແນກເຊື້ອຊາດ ຢູ່ພາຍໃນປະເທດຂອງທ່ານ ໄດ້ຖືວ່າເປັນສັນຍະລັກແຫ່ງ ຄວາມເປັນປະຊາທິປະໄຕ ແລະ ສັນຕິພາບ.
ຫນຶ່ງໃນຄຸນຄ່າທາງມໍລະດົກທີ່ ທ່ານ ເນວສັນ ແມນເດລາ ໄດ້ປະຖິ້ມໄວ້ກໍຄື ກົດລະບຽບມາດຕະຖານຂັ້ນຕໍ່າຂອງອົງການສະຫະປະຊາຊາດໃນການປະຕິບັດຕໍ່ນັກໂທດ (2015), ຫຼືຮູ້ຈັກກັນໃນຊື່ ກົດລະບຽບເນວສັນ ແມນເດລາ ເຊິ່ງໄດ້ຕັ້ງຂຶ້ນຕາມຊື່ຂອງທ່ານເພື່ອເປັນການຍ້ອງຍໍຜົນງານ. ກົດລະບຽບເນວສັນ ແມນເດລາ ໄດ້ວາງຫຼັກການໃນການປະຕິບັດຕໍ່ກັບ ນັກໂທດ ເຊິ່ງບໍ່ແມ່ນໃນຖານະຜູ້ຖືກຕັດສິນຄະດີ ແຕ່ໃນຖານະ ມະນຸດນໍາກັນ. ຂໍ້ກໍານົດດັ່ງກ່າວໄດ້ນໍາໃຊ້ເປັນ ຄູ່ມືໃນການປະຕິບັດຕໍ່ກັບນັກໂທດ ດ້ວຍຄວາມເຄົາລົບ ແລະ ບໍ່ຖືກຕົກເປັນເຫຍື່ອຂອງການຈໍາແນກ ຫຼື ການທໍລະມານ, ເພື່ອເປັນການສົ່ງເສີມຄວາມເທົ່າທຽມຂອງທຸກຄົນ.
ຄູ່ມືເຫຼົ່ານີ້ ໄດ້ເນັ້ນຫນັກໃສ່ ສິດ ແລະ ກຽດສັກສີຂອງນັກໂທດ, ເຊິ່ງໄດ້ວາງຂໍ້ກໍານົດຂອງທຸກປັດໃຈໃນການໃຊ້ຊີວິດຢູ່ຄ້າຍກັກຂັງເຊັ່ນ: ການເຂົ້າເຖິງ ການປິ່ນປົວພະຍາດ, ໂພສະນາການ, ສຸຂະອະນາໄມ, ແລະ ຄວາມຕ້ອງການພິເສດຕ່າງໆ ສໍາລັບຜູ້ຕົກຢູ່ໃນຄວາມສຸ່ມສ່ຽງ. ໃນການສົ່ງເສີມແນວທາງ ການດັດສ້າງພາຍໃນຄ້າຍຄຸມຂັງ, ກົດລະບຽບດັ່ງກ່າວແມ່ນແນໃສ່ການ ຍົກສູງຄວາມຍຸຕິທໍາ ແລະ ສິດທິມະນຸດໃຫ້ແກ່ທຸກບຸກຄົນທີ່ຖືກຄຸມຂັງ.
ຄວາມສໍາຄັນຂອງ ກົດລະບຽບເນວສັນແມນເດລາ ແມ່ນການສ້າງສະພາບແວດລ້ອມໃນການ ສົ່ງເສີມ ການດັດສ້າງ ແລະ ການນໍາພານັກໂທດກັບຄືນສູ່ສັງຄົມ. ກົດລະບຽບເຫຼົ່ານີ້ຍັງເປັນການສົ່ງເສີມ ການເຂົ້າເຖິງການສຶກສາ, ການຝຶກອົບຮົມວິຊາອາຊີບ, ແລະ ຊັບພະຍາກອນທາງດ້ານສຸຂະພາບຈິດ ໂດຍສົມບູນ, ເຊິ່ງເປັນການຮັບຮູ້ ວ່າສະພາບໃນຄ້າຍຄຸມຂັງສາມາດສ້າງຜົນກະທົບໃຫ້ແກ່ພຶດຕິກໍາ ແລະອະນາຄົດຂອງນັກໂທດໄດ້ຫຼາຍພຽງໃດ. ກົດລະບຽບດັ່ງກ່າວຍັງມີຂໍ້ຫ້າມສະເພາະຕໍ່ກັບ ການທໍລະມານ ແລະ ການປະຕິບັດທີ່ສ້າງຄວາມເສື່ອມເສຍ, ໂດຍສະເພາະ ໃນກໍລະນີກັກຂັງຕົວແບບແຍກດ່ຽວ ເປັນເວລາຍາວນານ. ນອກຈາກນັ້ນ ຍັງເປັນການຊຸກຍູ້ໃຫ້ມີການນໍາກົດໂຄງການຊ່ວຍເຫຼືອນັກໂທດ ໃນການສ້າງທັກສະ ແລະ ຄວາມຮູ້ຕ່າງໆອີກດ້ວຍ. ກົດລະບຽບເຫຼົ່ານີ້ແມ່ນສອດຄ່ອງກັບວິໄສທັດຂອງ ທ່ານ ເນວສັນ ແມນເດລາ ທີ່ວ່າ ການສຶກສານັ້ນແມ່ນເຄື່ອງມືທີ່ມີອໍານາດ ໃນການປ່ຽນແປງສັງຄົມ. ໃນການສົ່ງເສີມມາດຕະຖານດັ່ງກ່າວ, ກົດລະບຽບ ເນວສັນ ແມນເດລາ ແມ່ນສາມາດນໍາໃຊ້ເປັນ ແນວທາງປະຕິບັດວຽກງານອັນສໍາຄັນໃນການ ປັບປຸງສະພາບຄ້າຍຄຸມຂັງ ໃນທົ່ວໂລກ ແລະ ຮັບປະກັນວ່າ ສິດ ແລະ ກຽດສັກສີຂອງ ທຸກຄົນ ໄດ້ຮັບການສົ່ງເສີມ ໂດຍບໍ່ຄໍານຶງເຖິງປະຫວັດຄວາມເປັນຂອງພວກເຂົາ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
