
ພະນັກງານຂອງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ (OSPP) ຈະໄດ້ຮັບການຝຶກອົບຮົມພາສາອັງກິດສຳລັບກົດໝາຍ ເປັນໄລຍະເວລາ 5 ປີ. ການຈັດຝຶກອົບຮົມພາສາອັງກິດສຳລັບກົດໝາຍແມ່ນວຽກງານໜຶ່ງທີ່ນອນຢູ່ໃນແຜນວຽກຂອງສະຖາບັນຊ່ວຍ ເຫລືອດ້ານກົດໝາຍ (ILSTA) ແລະ ວິຊາການ ແລະ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ (OSPP). ຫົວໜ້າພະແນກບຸກຄະລາກອນ ຂອງ ອົງການໄອຍະການສູງສຸດ ທ່ານ. ສົມບູນ ລາດສະບົວສີ ໄດ້ກ່າວໃນພິທີ່ວ່າ: “ການຝຶກອົບຮົມແມ່ນມີ ຄວາມຈຳເປັນຫລາຍ ແລະ ຕ້ອງໃຫ້ທັນເວລາ. ສະນັ້ນ, ມັນຈິ່ງຮຽກຮ້ອງໃຫ້ພະນັກງານຕ້ອງໄດ້ຍົກລະດັບຄວາມສຳນິສຳນານທາງດ້ານ ພາສາອັງກິດຫລາຍເທົ່າທີ່ຈະຫລາຍໄດ້ໃນມື້ນີ້, ພິເສດ, ພວກຂ້າພະເຈົ້າ ຈະໄດ້ເຊື່ອມໂຍງເຂົ້າໃນປະຊາຄົມອາຊຽນທາງດ້ານເສດຖະກິດ (AEC) ແລະ ເສດຖະກິດໂລກພາຍໃຕ້ອົງການການຄ້າໂລກ. ພາສາອັງກິດບໍ່ພຽງແຕ່ເປັນພາສາສາກົນ, ແຕ່ກໍ່ຍັງເປັນພາສາທາງການຂອງ ອາຊຽນ. ເພາະສະນັ້ນ, ເຊັ່ນດຽວກັນກັບຄວາມຮຽກຮ້ອງຕ້ອງການຄວາມຮູ້ທີ່ດີທາງດ້ານກົດໝາຍພາຍໃນ ແລະ ສາກົນ, ພະນັກງານໄອ ຍະການຍັງຈຳເປັນຕ້ອງມີຄວາມສາມາດໃນການສື່ສານທາງດ້ານພາສາອັງກິດນຳອີກ. ທ່ານ. ລີຊາດ ຟິລີບປາດ, ປະທານສະຖາບັນຊ່ວຍເຫລືອດ້ານກົດໝາຍ ແລະ ວິຊາການ, ໄດ້ກ່າວວ່າ: “ຈາກທັດສະນະຄະຕິຂອງພວກ ຂ້າພະເຈົ້າ, […]
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
