Image from ILSTA’s publication: Adoption of the Law on International Judicial Cooperation in Criminal Matters in Laos
ຮູບພາບຈາກບົດຄວາມຕົ້ນສະບັບ

ສະຖາບັນ ILSTA ຂໍສະແດງຄວາມຍິນດີມາຍັງ ສະພາແຫ່ງຊາດລາວ ໃນການຮັບຮອງເອົາ ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 8. ການຊ່ວຍເຫຼືອດ້ານກົດໝາຍເຊິ່ງກັນ ແລະ ກັນ ແມ່ນມີຄວາມສຳຄັນທີ່ສຸດ ໃນການຕ້ານອາຊະຍາ ກຳທີ່ມີການຈັດຕັ້ງ ແລະ ເພີ່ມທະວີການຮ່ວມມືລະຫວ່າງສະຖາບັນກັບປະເທດອື່ນໆ. ການຮັບຮອງເອົາກົດໝາຍດັ່ງກ່າວ ແມ່ນບາດກ້າວທີ່ສຳຄັນ ໃນການປະເມີນຜົນຂອງກຸ່ມການຮ່ວມມືເພື່ອຕ້ານການຟອກເງິນ ອາຊີ-ປາຊີຟິກ (APG) ທີ່ຈະມາເຖິງໃນຕໍ່ໜ້າ. ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແມ່ນເຄື່ອງມືທີ່ຈຳເປັນແກ່ ອົງການບັງຄັບໃຊ້ດ້ານກົດໝາຍແຫ່ງຊາດໃນການພົວພັນກັບຄູ່ຮ່ວມງານຕ່າງປະເທດ ແລະ ການປະຕິບັດໜ້າທີ່ຮ່ວມກັນໃນການຕ້ານການເຄື່ອນໄຫວຂອງອາຊະຍາກຳຂ້າມຊາຍແດນ. ສະຖາບັນ ILSTA ໄດ້ໃຫ້ການສະໜັບສະໜູນໃນການສ້າງກົດໝາຍໃຫ້ມີຄວາມຈະແຈ້ງ ແລະ ຈະສືບຕໍ່ສະໜັບສະໜູນ, ພ້ອມທັງ ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກແກ່ຜູ້ປະຕິບັດງານໃນລະດັບປະເທດ ແລະ ພາກພື້ນ ໃນຄະດີອາຍາ ແລະ ຄະດີແພ່ງເພື່ອປະຕິບັດກົດໝາຍໃຫ້ມີປະສິດຕິຜົນ.

ບົດຄວາມຈາກຄັງຂໍ້ມູນຂອງ ILSTA.

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.