
ໃນມື້ທີ່ຜ່ານມາ, ສະຖາບັນ ILSTA ໄດ້ສະຫນັບສະຫນູນ ເຄື່ອງພິມເອກະສານ, ຄອມພິວເຕີ ແລະ ສະຫນອງການຊວ່ຍເຫຼືອທາງດ້ານວິຊາການ ໃຫ້ແກ່ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ), ເຊິ່ງເປັນຫນຶ່ງໃນບັນດາຄູ່ພາຄີທີ່ສໍາຄັນຂອງພວກເຮົາ.
ພ້ອມກັນນັ້ນ, ພວກເຮົາກໍໄດ້ໃຫ້ການສະຫນັນສະຫນູນ ປກສ ໃນການຂຽນໂຄງຮ່າງກ່ຽວກັບການຊວ່ຍເຫຼືອເຊິ່ງກັນ ແລະ ກັນດ້ານກົດຫມາຍ ສະບັບທໍາອິດຂອງ ສປປ ລາວ.
ສະຖາບັນ ILSTA ມຸ້ງຫມັ້ນທີ່ຈະປະຕິບັດວຽກງານໃນການຖ່າຍທອດຂໍ້ມູນ ແລະ ສະຫນັບສະຫນູນໃນການຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ.
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ເຜີຍແຜ່ໃນ Facebook ຂອງ ILSTA ເຊັ່ນກັນ: 26 ມີນາ 2020.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
