Image from ILSTA’s publication: The 3rd Follow-up Conference on Strengthening Capacities on Combating Transnational Organized Crime, with a focus on Illicit Narcotics, Human Trafficking and Money Laundering in Thakhaek, Khammouane Province
ຮູບພາບຈາກບົດຄວາມຕົ້ນສະບັບ

ກອງປະຊຸມພາກພື້ນພາຍໃຕ້ຫົວຂໍ້ ” ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໂດຍສະເພາະບັນຫາຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ເເລະ ເຜີຍເເຜ່ປະມວນກົດໝາຍອາຍາ ເເລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ” ໄດ້ຖືກຈັດຂຶ້ນເປັນຄັ້ງທີສາມ, ຄັ້ງນີ້ຈັດຂຶ້ນທີ່ເມືອງທ່າແຂກ, ແຂວງຄຳມວ່ນ, ໃນວັນທີ 28 ຫາ 30 ສິງຫາ 2019, ເຊິ່ງເປັນການສະຫຼຸບຊຸດກອງປະຊຸມທົ່ວປະເທດ. ທ່ານ ໄຊຊະນະ ໂຄດພູທອນ, ຮອງຫົວໜ້າອົງການໄອຍະປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ເນັ້ນໜັກໃນຄໍາປາໄສເປີດກອງປະຊຸມວ່າ ” ອາຊະຍາກຳທີ່ມີການຈັດຕັ້້ງ ແມ່ນເປັນຫົວຂໍ້ທີ່ສຳຄັນຫຼາຍໃນການແກ້ໄຂ, ອົງການບັງຄັບໃຊ້ກົດໝາຍ ຕ້ອງກຽມພອ້ມໃນການຮັບມືກັບບັນຫາດັ່ງກ່າວທີ່ເປັນໄພຂົ່ມຂູ່ຕໍ່ພົນລະເມືອງ ເຊັນດຽວກັນກັບຄວາມສະຫວັດດີພາບ ແລະ ຄວາມປອດໄພຂອງປະເທດ ” ປະທານອົງການຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຣິຊາດ ຟີລິບປາກທ໌ ໄດ້ກ່າວວ່າ ” ປັດຈຸບັນນີ້ ສປປ ລາວ ໄດ້ມີເຄື່ອງມືດ້ານນິຕິກຳ, ປະມວນກົດໝາຍອາຍາ, ກົດໝາຍວ່າດວ້ຍການດໍາເນີນຄະດີອາຍາ, ກົດໝາຍວ່າດວ້ຍການຕ້ານການຟອກເງິນ, ສິ່ງເສບຕິດ ແລະ ການຄ້າມະນຸດ, ແຕ່ການບັງຄັບໃຊ້ກົດໝາຍເຫຼົ່ານີ້ຍັງມີຄວາມສຳຄັນຫຼາຍ […]

ບົດຄວາມຈາກຄັງຂໍ້ມູນຂອງ ILSTA.

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.