
ສະຖາບັນຊ່ວຍເຫຼືອ ທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (BOL) ເພື່ອປຶກສາຫາລືກ່ຽວກັບຂັ້ນຕອນໃນພາກປະຕິບັດຕົວຈິງທີ່ຈຳເປັນ ສຳລັບການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງຄະນະເຮັດວຽກຮ່ວມ (Joint Group Action Plan) ຂອງ ສປປ ລາວ ແລະ ສະໜັບສະໜູນຄວາມພະຍາຍາມຂອງປະເທດ ໃນການຫຼຸດພົ້ນອອກຈາກ "ບັນຊີສີເທົາ" (Grey List) ຂອງ ອົງການຕ້ານການຟອກເງິນສາກົນ (FATF). ເນື່ອງຈາກກຳນົດເວລາໃນເດືອນມັງກອນ 2027 ແມ່ນໃກ້ເຂົ້າມາແລ້ວ, ILSTA ໄດ້ໃຫ້ຄຳແນະນຳດ້ານເຕັກນິກຢ່າງລະອຽດ ກ່ຽວກັບຂໍ້ກຳນົດທີ່ຍັງຄົງຄ້າງ, ຫຼັກຖານທີ່ຈຳເປັນເພື່ອສະແດງໃຫ້ເຫັນເຖິງຄວາມຄືບໜ້າ, ແລະ ວຽກງານບູລິມະສິດສຳລັບການຊ່ວຍເຫຼືອໃນໄລຍະ 3 ເດືອນຂ້າງໜ້າ. ທະນາຄານແຫ່ງ ສປປ ລາວ (ທຫລ ຫຼື BOL) ມີບົດບາດສຳຄັນຢ່າງຍິ່ງໃນຄວາມພະຍາຍາມຂ້າງເທິງ ໂດຍຜ່ານການຄຸ້ມຄອງກວດກາຂະແໜງທະນາຄານ, ບົດບາດໃນ ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ ຫຼື NCC), ແລະ ການສະໜັບສະໜູນດ້ານກົນໄກຈັດຕັ້ງໃຫ້ແກ່ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ ຫຼື AMLIO) ຊຶ່ງເປັນໜ່ວຍງານຂ່າວຕອງທາງການເງິນຂອງປະເທດ. ສປປ ລາວ ໄດ້ຢູ່ພາຍໃຕ້ການຕິດຕາມກວດກາຢ່າງໃກ້ຊິດ ໂດຍ ອົງການຕ້ານການຟອກເງິນສາກົນ (FATF) ມາຕັ້ງແຕ່ເດືອນກຸມພາ 2025. FATF ເປັນຜູ້ກຳນົດມາດຕະຖານສາກົນ ສຳລັບການຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທີ່ມີອານຸພາບທຳລາຍລ້າງສູງ. ປະເທດທີ່ຢູ່ໃນ "ບັນຊີສີເທົາ" ແມ່ນມີພັນທະສັນຍາໃນການແກ້ໄຂຈຸດອ່ອນທີ່ຖືກກວດພົບ ພາຍໃນໄລຍະເວລາທີ່ໄດ້ຕົກລົງກັນ. ການທີ່ຈະຫຼຸດພົ້ນອອກຈາກບັນຊີສີເທົານັ້ນ ແມ່ນຮຽກຮ້ອງໃຫ້ການຈັດຕັ້ງປະຕິບັດທີມີຫຼາຍກວ່າການຮັບຮອງເອົາກົດໝາຍ ແລະ ລະບຽບການ. ສປປ ລາວ ຕ້ອງສະແດງໃຫ້ເຫັນວ່າລະບົບຂອງຕົນສາມາດສ້າງຜົນສັກສິດໄດ້ຢ່າງເປັນຮູບປະທໍາ ເປັນຕົ້ນແມ່ນ: ການຕິດຕາມກວດກາທີ່ມີປະສິດທິຜົນ, ການນໍາໃຊ້ຂໍ້ມູນທາງດ້ານການເງິນທີ່ສະໜັບສະໜູນການສືບສວນ-ສອບສວນ, ການດຳເນີນຄະດີການຟອກເງິນ, ລວມທັງການຕິດຕາມ, ການອາຍັດ ແລະ ການຍຶດຊັບສິນທີ່ໄດ້ມາຈາກການກະທຳຜິດ. ຂໍ້ມູນທີ່ເຊື່ອຖືໄດ້ ແລະ ຄະດີທີ່ມີການບັນທຶກເອກະສານຢ່າງຖືກຕ້ອງ ແມ່ນມີຄວາມຈຳເປັນຢ່າງຍິ່ງ ເພື່ອພິສູດໃຫ້ເຫັນເຖິງຄວາມຄືບໜ້ານີ້. ການພົບປະຄັ້ງນີ້ ໄດ້ຢືນຢັນຄືນອີກຄັ້ງເຖິງກົນໄກການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ILSTA ແລະ BOL, ໂດຍການປຶກສາຫາລືໄດ້ກວມເອົາທັງວຽກງານບູລິມະສິດສະເພາະໜ້າ ແລະ ການຊ່ວຍເຫຼືອທາງດ້ານວິຊາການຢ່າງຕໍ່ເນື່ອງ ເພື່ອສ້າງສັກກະຍະພາບຂອງອົງກອນໃນໄລຍະຍາວ. ນອກຈາກນີ້, ຍັງເປັນໂອກາດດີໃນການປຶກສາຫາລືກ່ຽວກັບການພັດທະນາຊັບພະຍາກອນມະນຸດ ກ່ອນທີ່ຈະຮອດການປະເມີນຜົນປະຕິບັດຕາມມາດຕະຖານຮ່ວມກັນ (Mutual Evaluation) ຄັ້ງຕໍ່ໄປ ໂດຍ ກຸ່ມອາຊີ/ປາຊີຟິກ ກ່ຽວກັບການຟອກເງິນ (APG) ຊຶ່ງຄາດວ່າ ຈະຈັດຂຶ້ນໃນປີ 2029–2030, ລວມທັງບົດບາດຂອງ ສະຖາບັນທະນາຄານ ຊຶ່ງເປັນອົງກອນຂຶ້ນກັບ BOL ອີກດ້ວຍ. ILSTA ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ BOL, AMLIO, ຄຕຟງ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນດຳເນີນງານ ແລະ ຄວາມພະຍາຍາມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກບັນຊີສີເທົາຂອງ FATF.



