
ຕົ້ນອາທິດນີ້ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມມືກັບ ຄະນະກົດຫມາຍ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊໍາບວກ ໄດ້ຈັດຊຸດຝຶກອົມຮົມຮ່ວມກັນ ເພື່ອເປັນການຍົກສູງ ທັກສະດ້ານການຄົ້ນຄົ້ວວິໄຈ. ຄະນະຈາກມະຫາວິທະຍາໄລ ລຸກຊໍາບວກ ປະກອບດ້ວຍ ຄູອາຈານ ແລະ ນັກສຶກສາຄົ້ນຄົ້ວ ປະລິຍາເອັກຈໍານວນ 7 ທ່ານ ເຊິ່ງນໍາພາໂດຍ ຄະນະບໍດີ ທ່ານ ສຈ ສະເຕຟານ ບຣົມ. ທ່ານ ຮສຈ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ນໍາພາ ນັກຄົ້ນຄົ້ວຈາກຝ່າຍລາວ. ສະຖາບັນອື່ນໆ ເຊັ່ນສະຖາບັນຍຸຕິທໍາແຫ່ງຊາດ ກໍ່ໄດ້ສົ່ງຜູ້ຕາງຫນ້າເຂົ້າຮ່ວມ. ຜູ້ເຂົ້າຮ່ວມ ຈາກຝ່າຍ ລຸກຊໍາບວກ ແລະ ຝ່າຍລາວໄດ້ຜັດປ່ຽນການຂຶ້ນນໍາສະເຫນີຫຼາຍຫົວຂໍ້ ແລະ ໄດ້ແລກປ່ຽນປະສົມການຮ່ວມກັນເພື່ອເປັນການຍົກສູງທັກສະຄວາມສາມາດ ດ້ານວິທີການເຮັດບົດຄົ້ນຄົ້ວວິໄຈ. ຊຸດຝຶກອົມຮົມດັ່ງກ່າວ ແມ່ນສ່ວນຫນຶ່ງຂອງຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງຄະນະ ເຊິ່ງ ສະຖາບັນ ILSTA ກໍ່ມີສ່ວນຮ່ວມຢ່າງຫ້າວຫັນ
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ເຜີຍແຜ່ໃນ Facebook ຂອງ ILSTA ເຊັ່ນກັນ: 25 ພຶດສະພາ 2017.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
