





ອົງການໄອຍະການປະຊາຊົນສູງສຸດເເຫ່ງ ສປປ ລາວ ເເລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ຈັດກອງປະຊຸມສຳມະນາ ເຜີຍເເຜ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເເລະ ວຽກງານຕ້ານອາຊະຍາກຳການສໍ້ລາດບັງຫຼວງ ລະຫວ່າງວັນທີ 1 ຫາ ພະຈິກ 2018 ທີ່ເມືອງວັງວຽງ, ເເຂວງວຽງຈັນ.
ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາໄອຍະການທັງໝົດ 70 ທ່ານຈາກ 11 ເເຂວງ ເເລະ ຍັງໄດ້ຮັບການຂຶ້ນບັນຍາຍ, ການຖາມຕອບ ເເລະ ການນຳສະເໜີກໍລະນີສຶກສາໂດຍຊ່ຽວຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ.
ໂດຍການຂຶ້ນກ່າວເປີດພິທີໂດຍທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການສູງສຸດເເຫ່ງ ສປປ ລາວ ໄດ້ກ່າວວ່າ: ‘’ວຽກງານການເເກ້ໄຂບັນຫາການສໍ້ລາດບັງຫຼວງເເມ່ນເປັນວຽກບູລິມະສິດສຳລັບລັດຖະບານ ສປປ ລາວ ເຊິ່ງໃນນັ້ນເອງພະນັກງານ-ລັດຖະກອນເປັນຜູ້ມີບົດບາດສຳຄັນໃນການຕໍ່ຕ້ານກັບບັນຫາດັ່ງກ່າວ.’’ ດ້ວຍເຫດນີ້ເອງ ການຮ່ວມມືກັບສະຖາບັນສາກົນຈຶ່ງມີຄວາມສຳຄັນ ເເລະ ຈຳເປັນ, ເພື່ອເເລກປ່ຽນສົ່ງເສີມຄວາມຮູ້, ຄວາມຊ່ຽວຊານທາງດ້ານກົດໝາຍໃຫ້ພະນັກງານໄອຍະການລາວ.
ອຳນວຍການສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ທ່ານ ຈອນ ຄອນໂນລີ ໄດ້ກ່າວວ່າ ‘’ຈາກການທົບທວນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານການສໍ້ລາດບັງຫຼວງໄດ້ຊີ້ໃຫ້ເຫັນເຖິງຄວາມກ້າວໜ້າຂອງ ສປປ ລາວໃນວຽກງານການຕ້ານການສໍ້ລາດບັງຫຼວງໂດຍການຮັບຮອງເອົາກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງໃນປີ 2015 ເເລະ ຄຳເເນະນຳຕ່າງໆອາດເປັນຂີດໝາຍໃນການສ້າງກອບທາງດ້ານກົດໝາຍທີ່ມີປະສິດທິພາບ, ຈາກການບັງຄັບນຳໃຊ້ກົດໝາຍທີ່ເຂັ້ມງວດ.
Comments are closed.