






ສະຖາບັນຊ່ວຍເຫຼືອທາງດ້ານວິຊາການ ເເລະ ກົດໝາຍ ໄດ້ຮ່ວມກັນຈັດກອງປະຊຸມຝຶກອົບຮົມກັບອົງການໄອຍະການປະຊາຊົນສູງສຸດ ໃນຫົວຂໍ້ ‘’ການເສີມສ້າງຄວາມເຂັ້ມເເຂງໃນການຕິດຕາມ-ກວດກາ ວຽກງານຕ້ານການສໍ້ລາດບັງຫຼວງ, ຕ້ານການຟອກເງິນ ເເລະ ການກູ້ເອົາຊັບສິນຄືນ.’’ ຄັ້ງວັນທີ 26 ຫາ 30 ເດືອນ ພະຈິກ 2018 ທີ່ເເຂວງ ຫຼວງພະບາງ
ໄອຍະການຈາກ 10 ເເຂວງ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມຫຼາຍໜ່ວຍງານພາຍໃຕ້ຫົວຂໍ້ ‘’ການເສີມສ້າງຄວາມເຂັ້ມເເຂງໃນການຕິດຕາມ-ກວດກາ ວຽກງານຕໍ່ຕ້ານການສໍ້ລາດບັງຫຼວງ, ຕ້ານການຟອກເງິນ ເເລະ ການກໍ້ເອົາຊັບສິນຄືນ.’’ ຄັ້ງວັນທີ 26 ຫາ 30 ເດືອນພະຈິກ 2018, ທີ່ເເຂວງ ຫຼວງພະບາງ.
ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາພະນັກງານຈາກອົງການກວດກາລັດຖະບານ, ສານປະຊາຊົນສູງສຸດ ເເລະ ສະພາທະນາຍຄວາມ. ໂດຍມີການນຳສະເໜີ ເເລະ ເເລກປ່ຽນຄວາມຄິດເຫັນທາງດ້ານການສ້າງກອບຮ່ວມມືທາງກົດໝາຍເເຫ່ງຊາດສຳລັບວຽກງານຕ້ານການສໍ້ລາດບັງຫຼວງ, ການປະກາດນຳໃຊ້ປະມວນກົດໝາຍສະບັບໃໝ່ ເເລະ ການດຳເນີນການກູ້ເອົາຊັບສິນຄືນ.
Comments are closed.