




ການຝຶກອົບຮົມວຽກງານຈ່າສານທີ່ສະຖາບັນຄົ້ນຄວ້າ ເເລະ ຝຶກອົບຮົມຂອງສານປະຊາຊົນສູງສຸດ
ນັບເເຕ່ວັນທີ 24 ພະຈິກ ຫາ ວັນທີ 4 ທັນວາ ສະຖາບັນ ILSTA ຮ່ວມກັບ ສານປະຊາຊົນສູງສຸດ ຈັດກອງປະຊຸມຝຶກອົບຮົມວຽກງານຈ່າສານໃຫ້ກັບ 13 ເເຂວງ ໃນຫົວຂໍ້ ບົດບາດຂອງຈ່າສານໃນລະບົບຕຸລາການ.
ກິດຈະກຳດັ່ງກ່າວປະກອບດ້ວຍການນຳສະເໜີໃນບົດບາດ ເເລະ ໜ້າທີ່ຂອງເຈົ້າໜ້າທີ່ຈ່າສານໃນສານ ມີການຍົກຕົວຢ່າງທີ່ສຳຄັນຫຼາຍຢ່າງຈາກລະບົບກົດໝາຍທີ່ເເຕກຕ່າງກັນ, ພ້ອມກັບການຈຳລອງຄະດີອາຍາ ເເລະ ຄະດີເເພ່ງໃນສານ ໂດຍໄດ້ເນັ້ນໜັກໃສ່ຂັ້ນຕອນທີ່ຈ່າສານຮັບຜິດຊອບຢູ່.
Comments are closed.