





ທ່ານ ປອ ເພີຣິນ ຊິມອນ ພະນັກງານປະສານງານຂອງມະຫາວິທະຍາໄລລຸກຊຳບວກ, ມີຫ້ອງການຢູ່ທີ່ຄະນະນິຕິສາດ ເເລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ, ໄດ້ເປີດຊຸດບັນຍາຍຄັ້ງທຳອິດຂອງສົກຮຽນປີ 2018-2019 ເເລະ ຖືກຈັດຂຶ້ນໂດຍສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ທີ່ຄະນະນິຕິສາດ-ລັດຖະສາດ ໃນວັນທີ 2 ພະຈິກ ປີ 2018 ໃນຫົວຂໍ້ ‘’ເເນວຄວາມຄິດຂອງລັດເເຫ່ງກົດໝາຍ’’,
ໂດຍມີນັກສຶກສາ ເເລະ ຄູອາຈານ, ພ້ອມດ້ວຍນັກວິຊາຊີບກົດໝາຍເຂົ້າຮ່ວມປະມານ 200 ກວ່າຄົນ, ການບັນຍາຍດ່ັ່ງກ່າວນັ້ນ, ໄດ້ສົ່ງເສີມໃຫ້ມີການເເລກປ່ຽນຄວາມຄິດເຫັນທີ່ສ້າງສັນບົນພື້ນຖານອົງປະກອບຂອງການສ້າງຕັ້ງລັດເເຫ່ງກົດໝາຍຂອງ ສປປ ລາວ.
Comments are closed.