




ໃນສອງມື້ທີ່ຜ່ານມາຂອງວັນທີ 20-21 ເດືອນທັນວາ 2018, ໂດຍການຮ່ວມມືລະຫວ່າງຄະນະນິຕິສາດ ເເລະ ລັດຖະສາດ ກັບ ມະຫາວິທະຍາໄລ ລຸກຊຳບວກ, ໄດ້ໃຫ້ການຕ້ອນຮັບການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ ຂອງທ່ານ ປອ Basak Baglayan ເຊິ່ງເປັນຊ່ຽວຊານທາງດ້ານສິດທິມະນຸດ ເເລະ ເປັນນັກຄົ້ນຄວ້າຫລັງປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກໃນສາຍວິຊາ ” ວິສາຫະກິດ ເເລະ ສິດທິມະນຸດ: ສຶກສາຄົ້ນຄວ້າກ່ຽວກັບມາດຖານສາກົນໃນຂົງເຂດການດຳເນີນວິສະຫະກິດສຳລັບກົດໝາຍພາຍໃນ”.
ໂດຍມີນັກສຶກສາລະດັບປະລິນຍາຕີ ເເລະ ຄູອາຈານເຂົ້າຮ່ວມກວ່າຮ້ອຍຄົນ ໃນ 4 ຫົວຂໍ້ບັນຍາຍຄື: ປະຫວັດຄວາມເປັນມາຂອງກົດຫມາຍສາກົນວ່າດ້ວຍສິດທິມະນຸດ, ກົນໄກພາຍໃຕ້ກົດບັດຂອງ ສປຊ, ກົນໄກພາຍໃຕ້ສົນທິສັນຍາຂອງ ສປຊ, ໂລກາພິວັດ ເເລະ ສິດທິມະນຸດ.
Comments are closed.