




ການສະເຫຼີມສະຫຼອງຄົບຮອບ 70 ປີ ຂອງຖະເເຫລງການສາກົນວ່າດ້ວຍສິດທິມະນຸດເເມ່ນຫົວຂໍ້ຂອງການເປີດຊຸດບັນຍາຍຄັ້ງສຸດທ້າຍປະຈຳປີ 2018, ເຊິ່ງຖືກຈັດຂຶ້ນໃນວັນທີ 26 ທັນວາ ທີ່ມະຫາວິທະຍາໄລເເຫ່ງຊາດ.
ທ່ານ ນາງ ອາລິນາ ທິມຸດ, ຊ່ຽວຊານຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ນຳສະເໜີປະຫວັດການສ້າງຕັ້ງຖະເເຫລງການສາກົນວ່າດ້ວຍສິດທິມະນຸດ, ລວມທັງຜູ້ສ້າງຕັ້ງ ເເລະ ບົດບາດຂອງຖະເເຫລງການດັ່ງກ່າວໃນຖານະເປັນກະດູກສັນຫຼັງຂອງກົດໝາຍສາກົນວ່າດ້ວຍສິດທິມະນຸດ.
ໃນຊ່ວງໄລຍະພົ້ນເດັ່ນຂອງການບັນຍາຍເເມ່ນຊ່ວງການສົນທະນາເເລກປ່ຽນເຊິ່ງຕິດຕາມມາດ້ວຍການສະຫຼຸບບັນດາກໍລະນີິສຶກສາ ເເລະ ການເເລກປ່ຽນທີ່ສ້າງສັນຈາກນັກສຶກສາ, ຄູອາຈານ ເເລະ ພະນັກງານລັດທີ່ເຂົ້າຮ່ວມຟັງບັນຍາຍ.
Comments are closed.