ນັກສຶກສາ ແລະ ອາຈານຫຼາຍກ່າວ 70 ຄົນຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ໄດ້ເຂົ້າຮ່ວມໃນບົດບັນຍາຍເປີດກວ້າງໃນຫົວຂໍ້ການຟອກເງິນ, ນຳສະເໜີໂດຍ ທ່ານ ຄິດ ຟາຄູຮາຊັນ, ຊ່ຽວຊານດ້ານກົດໝາຍ ຈາກສະຖາບັນ ILSTA. ບົດບັນຍາຍໄດ້ນຳສະເໜີຫຼາຍຂໍ້ມູນທີ່ສຳຄັນກ່ຽວກັບອົງປະກອບຂອງການຟອກເງິນ ແລະ ຕາມດວ້ຍກິດຈະກຳການຖາມ-ຕອບຢ່າງຄຶກຄື້ນລະຫວ່າງຜູ້ເຂົ້າຮ່ວມ ແລະ ຜູ້ບັນຍາຍ.


Comments are closed.