ບົດບັນຍາຍເປີດກວ້າງໃນຫົວຂໍ້ “ການສືບສວນ-ສອບສວນດ້ານການເງິນ” ນຳສະເໜີໂດຍທ່ານ ຄິດ ຟາຄູຮາຊັນ, ຊ່ຽວຊານ ຈາກສະຖາບັນ ILSTA ໄດ້ຖືກຈັດຂຶ້ນໃນມື້ວານນີ້, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.
ທ່ານ ຄິດ ຟາຄູຮາຊັນ ໄດ້ແບ່ງປັນຄວາມຮູ້ ໂດຍສັງເຂບກ່ຽວກັບ ການສືບສວນ-ສອບສວນດ້ານການເງິນ ໃຫ້ແກ່ບັນດານັກຮຽນ ແລະ ອາຈານຫຼາຍກວ່າ 100 ຄົນທີ່ ຄນລ. ການບັນຍາຍໄດ້ຮັບຄວາມສົນໃຈຈາກຜູ້ຊົມຢ່າງໜາແໜ້ນ ແລະ ຕາມດ້ວຍກິດຈະກຳຖາມ-ຕອບ, ທີ່ນຳໄສູ່ການສົນຖະນາກ່ຽວກັບຫົວຂໍ້ຢ່າງຄຶກຄື້ນ.


Comments are closed.