




ໃນວັນທີ 12 ເດືອນທັນວາ 2018 ທ່ານ ຈອນ ຄອນໂນລີ, ເຊິ່ງເປັນອຳນວຍການຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ເປີດການບັນຍາຍທີ່ມະຫາວິທະຍາໄລເເຫ່ງຊາດໃນຫົວຂໍ້ ການເງິນດິຈິຕອນ.
ໃນງານດັ່ງກ່າວ, ໄດ້ມີການນຳສະເໜີກ່ຽວກັບສະກຸນເງິນຫຼາຍຮູບເເບບທີ່ສຳຄັນ, ລວມທັງປະຫວັດການມີຕົວຕົນ ເເລະ ບົດບາດທີ່ສະກຸນເງິນດັ່ງກ່າວໄດ້ດັດປ່ຽນລະບົບການເງິນເເຫ່ງຊາດ ເເລະ ເສດຖະກິດ.
ໂດຍການເຂົ້າຮ່ວມຟັງບັນຍາຍຂອງນັກສຶກສາ, ອາຈານ ເເລະ ນັກວິຊາຊີບກົດໝາຍ ເຊິ່ງໃນຕອນທ້າຍຂອງການບັນຍາຍໄດ້ມີການສົນທະນາເເລກປ່ຽນຄວາມຄິດເຫັນໂດຍເນັ້ນໃສ່ໂຄງຮ່າງທາງດ້ານກົດໝາຍຂອງສະກຸນເງິນດິຈີຕອນຢູ່ໃນເເຕ່ລະປະເທດ.
Comments are closed.