








ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ເເລະ ວິຊາການ ໂດຍຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດໃນການຈັດກອງປະຊຸມເເຫ່ງຊາດຄັ້ງທີສາມພາຍໃຕ້ຫົວຂໍ້ ການຕ້ານອາຊະຍະກຳເເບບມີການຈັດຕັ້ງ, ເຊິ່ງຖືກຈັດຂຶ້ນໃນລະຫວ່າງວັນທີ 26-28 ກຸມພາ ທີ່ຫໍປະຊຸມເເຫ່ງຊາດ. ໂດຍມີບັນດາໄອຍະການ, ຜູ້ພິພາກສາ ເເລະ ເຈົ້າໜ້າທີ່ຕຳຫລວດຊັ້ນອາວຸດໂສຈາກທັງໝົດ 17 ເເຂວງ, ນັບທັງຊ່ຽວຊານຈາກສາກົນເຂົ້າຮ່ວມສົນທະນາເເລກປ່ຽນທາງດ້ານບັນຫາສິ່ງທ້າທາຍໃນການຕໍ້ສູ້ຕ້ານກັບອາຊະຍະກຳເເບບມີການຈັດຕັ້ງ.
ປັດຈຸບັນ, ພູມິພາກອາຊີຕາເວັນອອກສຽງໃຕ້ກຳລັງພົບປະກັບບັນຫາສິ່ງທ້າທາຍຫຼາຍໆປະການເປັນຕົ້ນເເມ່ນບັນຫາຄວາມໝັ້ນຄົງ, ສິ່ງເສບຕິດທີ່ຜິດກົດໝາຍ, ຜູ້ຜະລິດຢາເສບຕິດ, ການຄ້າມະນຸດ, ການລັກລອບເອົາຄົນຕ່າງດ້າວເຂົ້າເມືອງ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ການປອມເເປງສິນຄ້າ, ການຟອກເງິນ ເເລະ ບັນຫາການສໍ້ລາດບັງຫຼວງ. ບັນດາສິ່່ງທີ່ກ່າວມານີ້ລ້ວນເເຕ່ມີຄວາມຕິດພັນກັບກຸ່ມອາຊະຍາກຳເເບບມີການຈັດຕັ້ງ, ເຊິ່ງສ່ວນຫຼາຍມີການດຳເນີນກິດຈະກໍາທີ່ຜິດກົດໝາຍຫຼາຍກວ່າໜຶ່ງຢ່າງຂຶ້ນໄປ.
ກອງປະຊຸມເເຫ່ງຊາດຄັ້ງທີ 3 ນີ້ໄດ້ເຕົ້າໂຮມເອົາບັນດາໜ່ວຍງານລະດັບຊາດທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຍັງ ຈັນດາລາເເສນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດເເຫ່ງ ສປປ ລາວ, ໄດ້ກ່າວເຖິງຄວາມສຳຄັນຂອງຄວາມຊຳນານວຽກງານຂອງສາກົນໃນການຕໍ່ສູ້ຕ້ານກັບອາຊະຍະກຳຂ້າມຊາດເເບບມີການຈັດຕັ້ງ, ເຊິ່ງເປັນບັນຫາສິ່ງທ້າທາຍທີ່ສຳຄັນສຳລັບທຸກປະເທດໃນພຸມິພາກລວມທັງ ສປປ ລາວ ຕໍ່ກັບຄວາມຈະເລີນຮຸ່ງເຮືອງ ເເລະ ການພັດທະນາສ້າງສາປະເທດ.
‘’ເພື່ອຕໍ້ສູ້ກັບປາກົດການເຫຼົ່ານີ້ຢ່າງເໝາະສົມເເມ່ນໄດ້ຮຽກຮ້ອງໃຫ້ໜ່ວຍງານບັງຄັ້ງໃຊ້ກົດໝາຍທີ່ມີອໍານາດໃນການສືບສວນ-ສອບສວນ, ນັບທັງໄອຍະການ ເເລະ ຜູ້ພິພາກສາເເມ່ນຈະຕ້ອງມີທັກສະ, ມີການເເລກປ່ຽນຂໍ້ມູນຂ່າວສານ ເເລະ ປະຕິບັດຕາມມາດຕະຖານສາກົນ’’
ທ່ານ ຣິຊາດ ຟິລິພາດ ໄດ້ກ່າວເພີ່ມອີກວ່າ: ‘’ຜົນກະທົບຂອງບັນດາກິດຈະກຳທີ່ຜິດກົດໝາຍເເມ່ນສາມາດເປັນໄປໄດ້ຫຼາຍຮູບເເບບເເຕ່ຄຸນລັກສະນະທົ່ວໄປເເມ່ນ ອາຊະຍະກຳເເບບມີການຈັດຕັ້ງສົ່ງຜົນກະທົບທາງລົບຕໍ່ກັບໂອກາດໃນການດຳລົງຊີວິດຂອງບຸກຄົນທົ່ວໄປ: ສ້າງຄວາມອ່ອນເເອຕໍ່ສະຖາບັນທີ່ສຳຄັນ, ຄຸກຄາມຄວາມໝັ້ນຄົງຂອງມວນມະນຸດ, ທຳລາຍສິ່ງເເວດລ້ອມ, ບິດເບືອນ ເເລະ ຂັດຂວາງຕໍ່ການເຕີບໂຕທາງດ້ານເສດຖະກິດ’’
ທ່ານ ເກດ ກຽດຕິສັກ ອາດີດ ຮອງລັດຖະມົນຕີກະຊວງຍຸຕິທຳ, ໄດ້ຂຶ້ນກ່າວບັນຍາຍປະມວນກົດໝາຍອາຍາສະບັບໃໝ່ເຊິ່ງໄດ້ຖືກເຜີຍເເຜ່ໃນຊ່ວງກອງປະຊຸມໄປພ້ອມໆກັນກັບກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງ. ສະຖາບັນ ILSTA ຮ່ວມກັບ ອງການໄອຍະການປະຊາຊົນສູງສຸດທີ່ໄດ້ໃຫ້ການສະໜັບສະໜູນການຈັດພິມ ເເລະ ເຜີຍເເຜ່ກົດໝາຍທັງສອງສະບັບ ເເລະ ຍັງຈະສືບຕໍ່ໄປໃນທົ່ວປະເທດໂດຍຮູບການຈັດຝຶກອົບຮົມຂອງບັນດາເເຂວງ.
ຜູ້ບັນຍາຍຈາກອົງການລິ່ເລີມສາກົນ (Global Initiative) ໄດ້ຍົກໃຫ້ເຫັນເຖິງເເຮງກົດດັນທາງດ້ານພື້ນທີ່ ເເລະ ເວລາຕໍ່ກັບການພັດທະນາລະບົບການຂົນສົ່ງ ເເລະ ເຕັກໂນໂລຊີເຊິ່ງໝາຍຄວາມວ່າການທີ່ ສປປ ລາວ ມີທີ່ຕັ້ງບໍ່ຫ່າງໄກ ເເລະ ຍັງເປັນປະເທດທີ່ບໍ່ມີທາງອອກສູ່ທະເລເຮັດໃຫ້ທີ່ຕັ້ງທາງດ້ານພູມສັນຖານຂອງ ສປປ ລາວ ປຽບສະເໜືອນຈຸດສຸມໃນການຄ້າຂາຍ. ຄວາມເປັນຈິງນີ້ຄວນມີການລາຍງານໃຫ້ຮັບຮູ້ຕໍ່ກັບນະໂຍບາຍຂອງລາວໃນການຕໍ່ສູ້ຕ້ານກຸ່ມອາຊະຍະກຳເເບບມີການຈັດຕັ້ງ ເເລະ ກິດຈະກຳທີ່ຜິດກົດ ໝາຍຂອງກຸ່ມດັ່ງກ່າວ.
ກອງປະຊຸມໄດ້ຮັບຮອງເອົາຂໍ້ເເນະນຳຫຼາຍຂໍ້ເຊິ່ງຈະຖືກຈັດຕັ້ງປະຕິບັດໃນຊຸມປີຕໍ່ມາ, ລວມທັງການສືບຕໍ່ເສີມສ້າງຄວາມເຂັ້ມເເຂງໃນຂົງເຂດວຽກງານກົດໝາຍອາຍາ ເເລະ ການຮ່ວມມື; ການເຜີຍເເຜ່ປະມວນກົດໝາຍອາຍາ ເເລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ; ເເລະ ການປະເມີນໄພຂົ່ມຂູ່ທີ່ເກີດຈາກຂະບວນການອາຊະຍະກຳຂ້າມຊາດເເບບມີການຈັດຕັ້ງຕໍ່ກັບ ສປປ ລາວ.
ໂດຍການເຂົ້າຮ່ວມຈາກບັນດາຊ່ຽວຊານຈາກອົງການສະຫະປະຊາຊາດ, ມະຫາວິທະຍາໄລລຸກຊຳບວກ ເເລະ ສູນຄົ້ນຄວ້າປະຊາທິປະໄຕຈາກປະເທດບູນກາລີ ໄດ້ຮ່ວມກັນເເລກປ່ຽນປະສົບການໃນການເເກ້ໄຂບັນຫາອາຊະຍະກຳເເບບມີການຈັດຕັ້ງ. ກອງປະຊຸມປະຈຳປີ 2019 ເເມ່ນຖືກຈັດຂຶ້ນພາຍໃຕ້ການສະໜັບສະໜູນໂດຍກະຊວງການເງິນປະເທດລຸກຊຳບວກ, ປະເທດການາດາ ເເລະ ໂຄງການລັກເດັບ (LuxDev)
Comments are closed.