



ສືບຕໍ່ຮູບເເບບຂອງຮູບການສໍ້ລາດບັງຫຼວງ, ທ່ານ ຄີດ ຟາຄູຮາເຊິນ ພະນັກງານຮັບຜິດຊອບເເຜນງານຂອງສະຖາບັນ ILSTA ໄດ້ເປີດບັນຍາຍໃນຫົວຂໍ້ ‘’ການຟອກເງິນທີ່ໄດ້ມາຈາກການສໍ້ລາດບັງຫຼວງ’’ ທີ່ຄະນະນິຕິສາດ-ລັດຖະສາດ ໃນວັນທີ 5 ທັນວາ 2018ໃ
ໂດຍການນຳໃຊ້ກໍລະນີສຶກສາທີ່ເກີດຂຶ້ນຈິງ, ທ່ານ ຄີດ ໄດ້ນຳສະເໜີໃຫ້ຜູ້ຮ່ວມຟັງບັນຍາຍສາມາດຮັບຮູ້ເຖິງຊ່ອງທາງທີ່ພະນັກງານລັດດຳເນີນການສໍ້ລາດບັງຫຼວງ, ລວມທັງຂະບວນການຟອກເງິນທີ່ໄດ້ຈາກການສໍ້ລາດບັງຫຼວງນັ້ນ.
ໃນຊ່ວງການສົນທະນາ-ເເລກປ່ຽນຄວາມຄິດເຫັນ, ບັນດາຜູ້ຮ່ວມຟັງບັນຍາຍໄດ້ຍົກປະເດັນທີ່ສຳຄັນຫຼາຍຢ່າງ, ລວມທັງຂໍ້ຫຍຸ້ງຍາກໃນການກວດພົບ ເເລະ ປ້ອງກັນ ພຶດຕິກຳການສໍ້ລາດບັງຫຼວງ, ການກູ້ຄືນຊັບສິນທີ່ຖືກຟອກໂດຍການນຳໃຊ້ຂອບເຂດອຳນາດສານຕ່າງປະເທດ, ການນຳໃຊ້ບັນຊີນິລະນາມ ເເລະ ການຫຼີກລ້ຽງພາສີ.
Comments are closed.