ສະຖາບັນ ILSTA ໄດ້ສະໜັບສະໜູນ ເຄື່ອງພິມເອກະສານ, ຄອມພິວເຕີ ແລະ ສະໜອງການຊວ່ຍເຫຼືອທາງດ້ານວິຊາການ ໃຫ້ແກ່ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ), ເຊິ່ງເປັນໜຶ່ງໃນບັນດາຄູ່ພາຄີທີ່ສໍາຄັນຂອງພວກເຮົາ.
ພ້ອມກັນນັ້ນ, ພວກເຮົາກໍໄດ້ໃຫ້ການສະໜັນສະໜູນ ປກສ ໃນການຂຽນໂຄງຮ່າງກ່ຽວກັບການຊວ່ຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ ສະບັບທໍາອິດຂອງ ສປປ ລາວ.
ສະຖາບັນ ILSTA ມຸ້ງໝັ້ນທີ່ຈະປະຕິບັດວຽກງານໃນການຖ່າຍທອດຂໍ້ມູນ ແລະ ສະໜັບສະໜູນໃນການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

Comments are closed.