




ພິທີມອບຮັບໃບຢັ້ງຢືນພາສາອັງກິດ
ໃນວັນທີ 7 ທັນວາ ພິທີມອບຮັບໃບຢັ້ງຢືນສຳລັບຫຼັກສູດພາສາອັງກິດດ້ານກົດໝາຍໄດ້ຖືກຈັດຂຶ້ນ ໂດຍການເຂົ້າຮ່ວມຂອງພະນັກງານລັດຖະກອນຫຼາຍກວ່າ 90 ທ່ານ, ຈາກ ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ, ໄດ້ຮັບໃບຢັ້ງຢືນການສຳເລັດຫຼັກສູດພາສາອັງກິດດ້ານກົດໝາຍ.
ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທ່ານ ໄຊຊະນະ ໂຄດໄພທູນ ໄດ້ສະເເດງຄວາມຮູ້ສຶກຂອບໃຈເເກ່ສະຖາບັນ ILSTA ເເລະ ໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການຮຽນພາສາຕ່າງປະເທດ ເເລະ ກາລະໂອກາດໃນການພັດທະນະ ໂດຍສະເພາະເເມ່ນສຳລັບພະນັກງານລັດຖະກອນ.
Comments are closed.