“ສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ” ເປັນຫົວຂໍ້ຂອງການບັນຍາຍເປີດກວ້າງ ນຳສະເໜີໂດຍ ທ່ານ ເຟເດີລິກ ລາມີຣອຍ, ທະນາຍຄວາມຈຳເລີຍໃນຄະດີອາຍາ ຈາກປະເທດ ແບນຊິກ ໃນວັນທີ 17 ມັງກອນ 2018 ທີ່ຜ່ານມາ.ທ່ານ ເຟເດີລິກ ໄດ້ຍົກໃຫ້ເຫັນເຖິງສົນທິສັນຍາສາກົນ ແລະ ພາກພື້ນທີ່ກ່ຽວຂ້ອງ ເຊິ່ງໄດ້ກຳນົດສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ. ນອກນັ້ນ, ການບັນຍາຍຍັງຍົກໃຫ້ເຫັນບາງມາດຕາຂອງກົດໝາຍ ແລະ ຄະດີທີ່ເກີດຂຶ້ນໃນແບນຊິກ ເຊິ່ງມີຜູ້ທີ່ສົນໃຈເຂົ້າຮ່ວມຫຼາຍກວ່າ 50 ຄົນ.
ການຈັດການບັນຍາຍຖືເປັນໜຶ່ງໃນຂົງເຂດການຮ່ວມມືລະຫວ່າງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ຜ່ານການບັນຍາຍ ກໍຕິດຕາມດ້ວຍ ການແລກປ່ຽນຄວາມຄິດເຫັນ ແລະ ຖາມ-ຕອບ ເຊິ່ງໄດ້ຮັບຄວາມສົນໃຈຈາກ ຜູ້ເຂົ້າຮ່ວມເປັນຢ່າງດີ.



Comments are closed.