
ຄະນະຜູ້ເເທນຈາກກົມຍຸດຕິທຳຂອງເເຂວງ ຢູນນານໄດ້ເດີນທາງຢ້ຽມຢາມສະຖາບັນໃຫ້ຄວາມຊ່ວຍເຫຼືອກົດໝາຍ ເເລະ ວິຊາການ ໃນວັນທີ 11 ເດືອນຕຸລາ. ຄະນະຜູ້ເເທນດັ່ງກ່າວເເມ່ນປະກອບດ້ວຍ ພະນັກງານຈາກກົມຍຸດຕິທໍາທັງຍັງເປັນສະມາຊິກຂອງສະພາທະນາຍຄວາມຂອງເເຂວງຢູນນານເຊິ່ງເປັນອົງການທີ່ຮວມເອົາທະນາຍຄວາມຈຳນວນ 11,000 ກວ່າຄົນ.
ການພົບປະໂອ້ລົມໃນເທື່ອນີ້ເເມ່ນໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການຮ່ວມມືຊ່ວຍເຫຼືອ ເເລະ ເເລກປ່ຽນຄວາມຊຳນານທາງດ້ານກົດໝາຍໃນ ສປປ ລາວ ໃນອານາຄົດ. ເເຂວງຢູນນານເປັນເເຂວງໜຶ່ງທີ່ມີຊາຍເເດນຕິດກັບພາກ ເໜືອຂອງລາວ ເເລະ ທາງດ້ານການຄ້າຂາຍ ເເລະ ເເລກປ່ຽນກັບທາງລາວເເມ່ນມີການຂະຫຍາຍຕົວ.
Comments are closed.