





ທ່ານ ປອ ລໍເຣັນ ຊິຣີ ອາຈານຈາກມະຫາວິທະຍາໄລ ໂຄກ (ປະເທດອຽກລັງ) ເເລະ ເປັນອາດີດນັກວິໄຈຂອງມະຫາວິທະຍາໄລ ລຸກຊຳບວກ ໄດ້ຢ້ຽມຢາມຄະນະນິຕິສາດ ເເລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ ( ນະຄອນຫຼວງວຽງຈັນ) ໃນວັນທີ 5 ຫາ 9 ເດືອນພະຈິກ ປີິ 2018. ໂດຍການເປີດຊຸດບັນຍາຍຄັ້ງທີ່ສອງຂອງທ່ານ ປອ ລໍເຣັນ ທີ່ຈັດຂຶ້ນພາຍໃຕ້ການສະໜັບສະໜູນຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການສຳລັບສົກຮຽນປີ 2018-2019 ໃນວັນທີ່ 7 ພະຈິກ ປີ 2018 ພາຍໃຕ້ຫົວຂໍ້່ ‘’ໂຄງຮ່າງ ເເລະ ສະຖາບັນທີ່ກ່ຽວຂ້ອງຂອງກົດໝາຍອາຍາສາກົນ’’ ໂດຍມີນັກສຶກສາ ເເລະ ຄູອາຈານຈາກ ຄະນະນິຕິສາດ-ລັດຖະສາດ ເຂົ້າຮ່ວມຫຼາຍກວ່າຮ້ອຍຄົນ. ນອກນັ້ນ, ທ່ານ ປອ ລໍເຣັນ ຍັງໄດ້ຈັດຫຼັກສູດກະກຽມການເເຂ່ງຂັນສານຈຳລອງໃຫ້ກັບນັກສຶກສາຄະນະນິຕິສາດ ເເລະ ລັດຖະສາດ ເພື່ອກຽມຄວາມພ້ອມທີ່ຈະເເຂງຂັນສານຈຳລອງກ່ຽວກັບກົດໝາຍມະນຸດສະທຳສາກົນຂອງອົງການກາເເດງ, ເຊິ່ງເປັນການເເຂ່ງຂັນໃນພູມິພາກອາຊີ-ປາຊິຟິກ.
Comments are closed.