ຫ້ອງການກວດກາຂອງ ມະຫາວິທະຍາໄລແຫ່ງຊາດຂອງ ສປປລາວ ຮ່ວມກັບ ສະຖາບັນ ILSTA ໄດ້ຈັດການຝຶກອົບຮົມ ເປັນໄລຍະເວລາສາມມື້ສໍາລັບການກວດກາການເຮັດວຽກຢູ່ໃນຄະນະວິຊາທັງຫມົດຂອງມະຫາວິທະຍາໄລແຫ່ງຊາດລາວ, NUoL. ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃນການປະຕິບັດວຽກໃນການປ້ອງກັນ ແລະ ການສືບສວນເພື່ອຫຼຸດຜ່ອນການສໍ້ລາດບັງຫຼວງພາຍໃນຂະແຫນງການສຶກສາ. ການຝຶກອົບຮົມໄດ້ປະກອບການນໍາສະເຫນີກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ເຊີ່ງນຳໂດຍ ທ່ານ. ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ຝ່າຍວິຊາການ ແລະ ກວດກາ, ແລະ ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ. ທ່ານ. ອີຣີກ ເຮກວີສ ສະຖາບັນ ILSTA, ໄດ້ໃຫ້ຮູ້ສະພາບລວມຂອງລະບຽບການລະຫວ່າງປະເທດ ແລະ ມາດຕະການທີ່ຈະໄດ້ຮັບການປະຕິບັດເພື່ອຫຼຸດຜ່ອນການສໍ້ລາດບັງຫຼວງ. ການນໍາສະເຫນີໄດ້ຈະຮັບການປະຕິບັດໂດຍການປະກອບນຳໃຊ້ກັບການດຳລົງຊິວິດປະຈຳວັນ. ບັນດາຜູ້ເຂົ້າຮ່ວມຫຼາຍກ່າວ 40 ຄົນ ເຊີ່ງແມ່ນ ຮອງຄະນະບໍດີ ຈາກແຕ່ລະຄະນະວິຊາ ຂອງ ມະຫາວິທະຍາໄລ ແຫ່ງຊາດ.



Comments are closed.